ທ່ານ​ກູ​ເທີ​ເລ​ສຈັດ​ຕັ້ງ​ໜ່ວຍ​ງານ​ຊົ່ວຄາວ​ຂອງ​ອົງການ​ສະຫະ​ປະຊາ​ຊາດ
2016-10-16 14:41:56  cri 

ວັນ​ທີ 14 ຕຸລາ​ນີ້ ທ່ານ​ອັນ​ໂຕ​ນິ​ໂອ ກູ​ເທີເລ​ສ ວ່າ​ທີ່​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດປະກາດ​ຈັດ​ຕັ້ງ​ໜ່ວຍ​ງານ​ຊົ່ວຄາວ​ໜ່ວຍ​ໜຶ່ງ​ຂຶ້ນ​ ​ເພື່ອ​ຊ່ວຍ​ວຽກ​ກະກຽມ​ຂອງ​ທ່ານ​ໃນ​ການ​ຮັບ​ໜ້າ​ທີ່​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 1 ມັງກອນ​ປີໜ້າ. ກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 71 ທີ່ ​ໄດ້​ແຕ່ງ​ຕັ້ງທ່າ​ນອັນ​ໂທ​ນິ​ໂອ ກຸ​ເທ​ເລ​ສ ອະດີດ​ນາຍົກລັດຖະມົນຕີປອກຕຸຍ​ການ ອະດີດຂ້າ​ຫຼວງ​​ໃຫຍ່ອົງການ​ຂ້າ​ຫຼວງ​​ໃຫຍ່ສະຫະ​ປະຊາ​ຊາດ​​ເພື່ອຊາວ​ອົບ​ພະຍົບ  ຫຼື UNHCR ​ເປັນ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຊຸດ​ຕໍ່​ໄປ​ໃນ​ວັນ​ທີ 13 ຕຸລາ​ນີ້. ທ່ານ​ກຸ​ເທ​ເລ​ສຈະ​ເປັນ​ເລຂາທິການ​ໃຫຍ່ຊຸດ​ທີ 9 ​ໃນ​ປະຫວັດສາດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໂດຍຈະ​ດຳລົງ​ຕຳ​ແໜ່​ງດັ່ງກ່າວ​ແຕ່​ວັນ​ທີ 1 ມັງກອນ​ປີ 2017-ວັນ​ທີ 31 ທັນວາ 2021.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ