ທ່ານ​ສີ​ຈິ້ນ​ຜິ​ງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ປະ​ເທດBRICSທີ່​ໂກອາ
2016-10-17 10:36:31  cri 
ກອງ​ປະຊຸມ​ສຸດ​ຍອດ​ປະ​ເທດ​​ເບຣຊີ​ນ,ຣັດ​ເຊຍ,ອິນ​ເດຍ,ຈີນ​ແລະ​ອາ​ຟຣິກກາ​ໃຕ້​ຫຼືBRICS ຄັ້ງ​ທີ 8 ​ໄດ້​ຈັດ​ຂຶ້ນ​ຢູ່​ລັດ​ໂກ​ອາ ປະ​ເທດ​ອິນ​ເດຍ​ໃນວັນ​ທີ 16 ຕຸລາ​ນີ້​ແລະ​ໃນ​​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດຈີນ​ໄດ້​ກ່າວ​ປາຖະກະຖາ​​ໃນ​ຫົວ​ຂໍ້ "ສ້າງຄວາມໝັ້ນໃຈຢ່າງເດັດດ່ຽວ​ເພື່ອ​ຮ່ວມ​ກັນ​ສະ​ແຫວ​ງຫາ​ການ​ພັດທະນາ"​ໂດຍ​ໄດ້​ສະ​ເໜີ​ຂໍ້ລິ​ເລີ່​ມກ່ຽວ​ກັບປະ​ເທດBRICSຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທີ່​ເກີດ​ຈາກ​ສະພາບ​ແວດ​ລ້ອມ​ສາກົນ ທັງ​ເນັ້ນ​ວ່າ​ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນດາ​ຝ່າຍ​ສ້າງ​ແຜນ​ພັດທະນາ​ປະ​ເທດBRICS.

ທ່ານ​ສີ​ຈິ້ນ​ຜິ​ງ​ເນັ້ນ​ວ່າ: ​ໃນ​ປັດຈຸບັນ, ປະ​ເທດBRICS​ກຳລັງ​ຜະ​ເຊີນ​ກັບ​ສະພາບ​ແວດ​ລ້ອມ​ພາຍ​ນອກ​ທີ່​ຜັນ​ແປ​ຢ່າງສັບສົນ, ຈາກ​ນີ້,ຈຶ່ງ​ສະ​ເໜີ​ຂໍ້​ລິ​ເລີ່​ມ 5 ຂໍ້​ຄື ໜຶ່ງ, ຄວນຊຸກຍູ້​ການ​ປະ​ຕິຮູບອົງປະກອບ​​ເສດຖະກິດ, ປະດິດ​ສ້າງ​ຮູບ​ແບ​ບ​ເຕີບ​ໂຕ​ອັນ​ໃໝ່, ສ້າງ​ເສດຖະກິດ​ໃນ​ລັກສະນະ​ເປີດ​ປະຕູ. ສອງ, ຄວນ​ສືບຕໍ່​ເພີ່ມ​ທະວີ​ການ​ສົນທະນາ​ເໜືອ​ໃຕ້​ແລະ​ການ​ຮ່ວມ​ມື​ໃຕ້​ໃຕ້, ຊຸກຍູ້​ເສດຖະກິດ​ທົ່ວ​ໂລກ​ໃຫ້​ບັນລຸ​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ,​ ​ຍືນ​ຍົງ,​ເທົ່າ​ທ່ຽມກັນ​ແລະ​ກວມ​ລວມ. ສາມ, ຄວນ​ຮ່ວມ​ກັນ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ລັດທິ​ກໍ່​ການ​ຮ້າຍ​ແລະ​ບັນຫາ​ສາກົນ​ອື່ນໆ. ສີ່, ຄວນສືບ​ຕໍ່​ເພີ່ມ​ລັກສະນະການ​ເປັນ​ຕົວ​ແທນ​ແລະ​ສິດ​ປະກອບ​ຄຳ​ເຫັນ​ຂອງ​ປະ​ເທດ​ທີ່​ເປັນ​ຕະຫຼາດ​ພັດທະນາ​ໃໝ່​ແລະ​ປະ​ເທດ​ພວມ​ພັດທະນາ, ສົ່ງ​ເສີມ​ການກສ້າງສາ​ຍພົວພັນ​ລະຫວ່າງ​ຊາດ​ແບບ​ໃໝ່​ທີ່​ຮ່ວມ​ມື​​ແບບ​ຕ່າ​ງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ຫ້າ, ຄວນ​ຖື​ກາ​ນຈັດ​ຕັ້ງ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ຄູ່​ຮ່ວມ​ມື​ເສດຖະກິດ​ປະ​ເທດBRICS​ເປັນ​ໂອກາດ​ເພື່ອ​ລົງ​ເລິກ​​ແລະ​ເປີດ​ກວ້າງການ​ຮ່ວມ​ມື​ດ້ານ​ເສດຖະກິດ​ໃ​ນຂົງ​ເຂດ​ຕ່າງໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ