ຫາດ​ຊາຍ​ທະ​ເລສີ​ບົວ​ທີ່​ມະຫັດສະຈັນ​ຂອງ​ບາ​ຮາ​ມັດສ
2016-10-17 16:44:16  cri 


ສື່​ຕ່າງປະ​ເທດ​ລາຍ​ງານ​ວ່າ: ຫາດ​ຊາຍ​ທະ​ເລ​ໃນ​ໂລກ​ນີ້​ສ່ວນ​ຫຼາຍ​ເປັນ​ສີ​ເຫຼືອງ​ອ່ອນຫຼື​ສີຂາວ, ​ແຕ່​ກໍ​ມີ​ບາງ​ບ່ອນ​ເປັນ​ສີ​ບົວ​ທີ່ບໍ່​ຄ່ອຍຈະ​ໄດ້​ເຫັນ,​​ໃນ​ນີ້, ຫາດ​ຊາຍ​ສີ​ບົວ​ຂອງ​ສະຫະພັນ​ບາ​ຮາ​ມັສ​ກໍ​ເປັນ​ຫາດ​ຊາຍ​ທະ​ເລ​​ໂດດ​ເດັ່ນ​ແຫ່ງ​ໜຶ່ງ​ທີ່​ມີ​ສີສັນ​ຄວາມ​ງາມ​ດັ່ງຝັນ. ຕາມ​ຂ່າວ​ແຈ້ງວ່າ: ທ້ອງ​ຖິ່ນ​ດັ່ງກ່າວ​ມີ​ຈຸນ​ລະ​ຊີບ​ທີ່​ມີ​ຄາບ​ສີ​ແດງ​ຊະນິດ​ໜຶ່ງ​ເມື່ອ​ຕາຍ​ແລ້ວຖືກ​ນ້ຳ​ທະ​ເລ​ທັ່ງຂຶ້ນ​ຫາດ​ຊາຍ​ແລ້ວ​​ເກາະ​ຕິດ​ດິນຊາຍ,ຫີນ​ປະ​ກາ​ລັງ ​ແລະຊາກ​ສັດທະ​ເລ​ອື່ນໆ​ແລ້ວ​ກາຍ​ເປັນ "ຫາດ​ຊາຍ​ສີ​ບົວ"ທີ່​ງົດ​ງາມ​ໜ້າອັດສະຈັນ.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ