ປ​ະ​ເທດ​ບຣິກສ ອອກ​ຖະ​ແຫຼງການ​ໂກ​ອາ
2016-10-17 11:01:43  cri 

ກອງ​ປະຊຸມ​ພົບ​ປະລະຫວ່າງ​ຜູ້ນຳ​ບັນດາ​ປະ​ເທດ​ບຣິກສ ຄັ້ງທີ 8 ​ໄດ້​ຈັດ​ຂຶ້ນຢູ່ລັດ​ໂກ​ອາ ປະ​ເທດ​ອິນ​ເດຍ ​ໃນ​ວັນ​ທີ 16 ຕຸລາ​ນີ້ ​ແລະ​ໄດ້​ອອກ​ຖ​ະ​ແຫຼງການ​ໂກ​ອາ ​ໂດຍ​ເນັ້ນວ່າ: ບັນດາປະ​ເທດ​ບຣິກສ​ ເຫັນ​ດີດຳ​ເນີນ​ການ​ຮ່ວມ​ມື​ທີ່​ແທ້​ຈິງ ​ແລະ​ໃຫ້​ປະຊາຊົນ​ບັນດາ​ປະ​ເທດ​ສະມາຊິກ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໂດຍ​ກົງ ​ເພື່ອ​ຍົກ​ບົດບາດ​ໃນ​ເວທີ​ສາກົນ.

​ໃນ​ຂົງ​ເຂດ​ການ​ເມືອງ, ຖະ​ແຫຼງການ​ລະບຸ​ວ່າ: ປະ​ເທດ​ບຣິກສ ມີ​ຄວາມ​ຈຳ​ເປັນ​ຍຶດໝັ້ນນ້ຳ​ໃຈ​ສາມັກຄີ, ​ເຂົ້າ​ໃຈ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ ​ເຊິ່ງກັນ​ແລະ​ກັນ ​ແລະ​ເພີ່ມ​ທະວີ​ການ​ປະສານ​ງານ ​ແລະ ການ​ຮ່ວມ​ມື​ທີ່​ແທ້​ຈິງ ​ໃນ​ກິດຈະການ​ທົ່ວ​ໂລກ. ຂະນະ​ດຽວ​ກັນ​ກໍ​ເນັ້ນຈະ​ຮ່ວມ​ກັນ​ຮັບ​ມື​ກັບ​ບັນຫາ​ສາກົນ.

​ໃນ​ຂົ​ງເຂດ​ເສດຖະກິດ ​ແລະ ການ​ທະນາຄານ, ຖະ​ແຫຼງການຊີ້​ວ່າ: ປະ​ເທດ​ບຣິກສ ຕັດສິນ​ໃຈວ່າ ​ແຕ່ລະປະ​ເທດຕ່າງ​ຈະນຳ​ໃຊ້​ທຸກນະ​ໂຍບາຍ ລວມທັງ​ນະ​ໂຍບາຍ​ປະຕິ​ຮູບ​​ເງິນຕາ, ການ​​ເງິນ ​ແລະອົງ​ປະກອບ ​ເພື່ອ​ບັນລຸ​ເປົ້າໝາຍ​ພັດທະນາ​ ທີ່​ແຂງ​ແຮງ, ຕໍ່​ເນື່ອງ, ສົມ​ດຸນ ​ແລະ ​​ກວມ​ລວມ.

ຖະ​ແຫຼງການ​ຊີ້​ຕື່ມວ່າ: ອິນ​ເດຍ, ອາ​ຟຣິກາ​ໃຕ້, ​ເບຣຊິນ ​ແລະ ຣັດ​ເຊຍ ສະ​ແດງ​ຄວາມ​ຍິນ​ດີ​ທີ່​ຈີນ​ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ພົບ​ປະລະຫວ່າງ​ຜູ້ນຳບັນດາ​ປະ​ເທດ​ບຣິກສ ຄັ້ງທີ 9 ​ໃນ​ປີໜ້າ ​ທັງ​ຈະພະຍາຍາມ​ສະໜັບສະໜູນຢ່າງ​ເຕັມທີ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ