ຈີນ​ຊອກ​ຫາຮູບ​ແບບ​ໃໝ່​ໃນ​ການຫຼຸດຜ່ອນ​ຄວາມທຸກ​ຍາກ
2016-10-17 16:34:43  cri 

ຫ້ອງການຖະ​ແຫຼງຂ່າວ​ລັດຖະບານ​ຈີນ​ໄດ້​ເຜີຍ​ແຜ່ປື້​ມປົກ​ຂາວ "ການ​ເຄື່ອນ​ໄຫວຫຼຸດຜ່ອນ​ຄວາມທຸກ​ຍາກ​ແລະ​ຄວາມ​ກ້າວໜ້າ​ດ້ານ​ສິດທິ​ມະນຸດ​ຂອງ​ຈີນ" ​ໃນ​ວັນ​ທີ 17 ຕຸລາ​ນີ້ ​ໂດຍ​ຊີ້​​ໃຫ້​ເຫັນວ່າ: ​ເພື່ອ​ຕອບ​ສະໜອງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານ​ການ​ທະນາຄານ​​​ໃນການຫຼຸດຜ່ອນ​ຄວາມທຸກ​ຍາກ​ດ້ວຍ​ການ​ພັດທະນາ​ຂະ​ແໜງ​ການ​ທີ່​ມີ​ສີສັນ​ພິ​ເສດ, ການ​ຍົກຍ້າຍ​ປະຊາກອນ​ທຸກ​ຍາກ​ໄປ​ຢູ່​ບ່ອນ​ທີ່​ເງື່ອນ​ໄຂ​ເອື້ອ​ອຳນວຍ​ຕໍ່​ການ​ດຳລົງຊີວິດ, ການ​ປະກອບ​ອາຊີບ ຫຼື ການ​ເຂົ້າຮ່ຳຮຽນຢູ່​ໂຮງຮຽນ​ຂອງ​ປະຊາກອນ​ທຸກ​ຍາກ ຈີນ​ໄດ້​ປະດິດ​ສ້າງ ​ແລະ ພັດທະນາ​ເງິນ​ກູ້​​ລາຍ​ຍ່ອຍ​ ເພື່ອສະໜັບສະໜູນ​ຄອບຄົວ​ທຸກ​ຍາກ​ໃນ​ການ​ພັດທະນາ​ເຕັກນິກ​ວິຊາ​ຊີບ, ສ້າງລາຍ​ຮັບ​ໃຫ້​ຄອບຄົວ​ເພີ່ມ​ຂຶ້ນ ​ໂດຍມາ​ຮອດ​ທ້າຍ​ປີ 2015 ຜ່ານ​ມາ, ​ໄດ້​ປ່ອຍ​ເງິນ​ກູ້​ລາຍ​ຍ່ອຍ 120 ຕື້​ຢວນ​ໃຫ້​ແກ່​ຄອບຄົວ​ທຸກ​ຍາກ​ແລ້ວ.

ນັບ​ແຕ່​ປີ 2012 ​ເປັນຕົ້ນມາ, ລັດຖະບານ​ຈີນ​ໄດ້​ສືບ​ຕໍ່​ເພີ່ມ​ທະວີ​ໃນ​ການຫຼຸດຜ່ອນ​ຄວາມທຸກ​ຍາກ ​ໂດຍ​ໄດ້ປະຕິ​ຮູບ​ແລະ​ປະດິດສ້າງ​ກົນ​ໄກ​ວຽກ​ງານຫຼຸດຜ່ອນ​ຄວາມທຸກ​ຍາກຢ່າງ​ບໍ່​ຢຸດ​ຢັ້ງ, ນຳພາ ​ແລະ ສົ່ງ​ເສີມ​ການ​ເຂົ້າຮ່ວມ​ຂອງ​ທົ່ວ​ສັງຄົມ​ແລະ​ສະໜັບສະໜູນການຫຼຸດຜ່ອນ​ຄວາມທຸກ​ຍາກ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ, ບູລະນະ​ກົນ​ໄກ​ຕິດຕາມ​ປະຊາທິປະ​ໄຕ​ໃຫ້​ສົມບູນ​ຂຶ້ນຕື່ມ​ອີກ ​ເພື່ອ​ຍົກ​ປະສິດທິ​ຜົນ​​ການຫຼຸດຜ່ອນ​ຄວາມທຸກ​ຍາກ​ໃຫ້​ສູງ​ຂຶ້ນ​ຢ່າງແທ້​ຈິງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ