ມຽນມາ​ພົບ​ຢົກໜັກ 175 ​ໂຕນ
2016-10-18 16:23:45  cri 

ສື່​ຕ່າງປະ​ເທດ​ລາຍ​ງານ​ວ່າ: ວັນ​ທີ 13 ຕຸລາ​ນີ້,ຢູ່​ບໍ່​ແຫ່ງ​ໜຶ່ງ​ເຂດຫ່າງ​ໄກ​ສອກຫຼີກ​ຂອງ​ລັດ​ກະ​ຊິນ​ສະຫະພາບ​ມຽນມາ​ໄດ້​ພົບ​ຢົກ​ກ້ອນ​ໜຶ່ງ​ທີ່​ມີ​ນ້ຳໜັກ​ປະມານ 175 ​ໂຕນ. ຂ່າວ​ແຈ້ງວ່າ, ລາຄາ​ຂາຍຍົກ​ຂອງ​ຢົກ​ໃນ​ບໍ່​ດັ່ງກ່າວ ​ໂລ​ໜຶ່ງ​ປະມານ 820 ປອນ​, ບາງ​ເທື່ອ​ກໍສູງ​ເຖິງ 1150 ປອນ. ດ້ວຍ​ເຫດ​ນີ້, ຢົກກ້ອນ​ໃຫຍ່​ທີ່​ຄົ້ນ​ພົບ​ໃໝ່​ດັ່ງກ່າວ​ຄາດ​ວ່າ​ຈະ​ມີ​ມູນ​ຄ່າ​ເຖິງ 140 ລ້ານ​ປອນ ​ແລະ​ນັບວ່າ​ເປັນ​ຢົກ​ກ້ອນ​ດຽວ​ທີ່​ມີ​ມູນ​ຄ່າ​ສູງ​ສຸດ​ໃນ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ