ຈີນ​ຫວັງ​ວ່າ​ປະທານາທິບໍດີ​ຟິລິບ​ປິນ​​ຈະ​​ຊຸກຍູ້ການ​ພົວພັນ​ລະຫວ່າງສອງ​ປະ​ເທດ​ໃຫ້​ກັບ​ຄືນ​ເສັ້ນທາງ​ທີ່​ຖືກຕ້ອງ
2016-10-18 11:06:27  cri 

​ໃນ​ພິທີ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ຕຸລາ​ນີ້, ທ່ານ​ນາງ​ຮວ້າຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ວ່າ: ຈີນ​ຫວັງ​ວ່າ ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟິລິບ​ປິນທີ່​ເດີນທາງ​ຢ້ຽມຢາມ​ຈີນ ຈະຊຸກຍູ້ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ​, ຜ່ານ​ການ​ເຈລະຈາ​​ແກ້​ໄຂ​ຄວາມ​ຂັດ​ແຍ້​ງທີ່​ກ່ຽວຂ້ອງ​ຢ່າງ​ເໝາະ​ສົມ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ແທ້​ຈິງ, ສືບ​ຕໍ່​ມິດຕະພາບ​ທີ່​ມີ​ມູນ​ເຊື້ອ ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ກັບ​ຄືນສູ່​ເສັ້ນທາງ​ຖືກຕ້ອງ​​ແລະ​ພັດທະນາ​ຢ່າງ​ປອດ​ໃສ ​ໝັ້ນທ່ຽງ.

ທ່ານ​ນາງ​ຮວ້າຊຸ່ນຢິງ ກ່າວ​ຕື່ມ​ວ່າ: ​ໃນ​ໄລຍະທີ່​ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ຢ້ຽມຢາມ​ຈີນ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ຈະ​ພົບ​ປະ​ກັບ​ທ່ານ ​ເພື່ອ​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ປົວ​ແປງ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ດີ​ຂຶ້ນ, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ. ນອກ​ນີ້, ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີ ​ແລະ ທ່ານ​ຈ່າງ​ເຕີ​ຈ່ຽງ ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ກໍ​ຈະ​ພົບ​ປະ​ກັບ​ທ່ານ​ດູ​ເຕີ​ເຕ ​ເຊັ່ນ​ກັນ. ​ແນວ​ໃດ​ກໍ​ດີ, ຈີນ​ຖື​ຟິລິ​ບປິນ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ມິດຕະພາບ​ຕໍ່​ກັນ​ແລະ​​ເປັນ​ມູນ​ເຊື້ອ, ປະຊາຊົນ​ສອງ​ຊາດ​ກໍ​ມີ​ມິດຕະພາບ​ມາ​ແຕ່​ດົນ​ນານ. ຂະນະ​ທີ່​ຈີນ​ແລະ​ຟິລິບ​ປິນປັບປຸງ​ແລະ​ພັດທະນາ​ການ​ພົວພັນສອງ​ຝ່າຍ, ລົງ​ເລິກການ​ຮ່ວມ​ມື​ທີ່​ແທ້​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ນັ້ນ ​ແມ່ນຄວາມ​ປາຖະໜາຮ່ວມ​ກັນ​ຂອງ​ປະຊາຊົນ​ສອງ​ຊາດ ​ທັງ​ສອດຄ່ອງ​ກັບການ​ສ້າງສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ