ຈັດເວທີ​ປຶກສາ​ຫາລື​ແມ່ຍິງ​​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງຢູ່​ປັກ​ກິ່ງ
2016-10-20 11:29:12  cri 

​ເວທີ​ປຶກສາ​ຫາລື​ແມ່ຍິງ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ທີ່​ຈະ​ດຳ​ເນີນ​ໄປ​ເປັນ​ເວລາ 4 ວັນ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 19 ຕຸລາ​ນີ້​ຢູ່​ສູນ​ປະຊຸມ​ສາກົນ​ນະຄອນຫຼວງ​ປັກ​ກິ່ງ ສປ ຈີນ​ໂດຍ​ຜູ້​ແທນ​ແມ່ຍິງ​ເກືອບ 200 ທ່ານຈາກ 6 ປະ​ເທດ​ຄື ຈີນ,ລາວ,ຫວຽດນາມ, ກຳປູ​ເຈຍ, ມຽນມາ​ແລະ​ໄທ​ໄດ້​ເຂົ້າ​ຮ່ວມ.

​ເວທີ​ປຶກສາ​ຫາລື​ຄັ້ງ​ນີ້​ຈັດ​ຂຶ້ນ​ພາຍ​ໃຕ້​ການ​ເປັນ​ເຈົ້າພາບ​ຮ່ວມ​ຂອງ​ມູນ​ນິທິ​ຊົ້ງ​ຊິ້ງລິນ​ຈີນ, ສູນ​ຈີນ-ອາ​ຊຽນ​ແລະ​ວິທະຍາ​ໄລ​ເພດ​ຍິງ​ຈີນ​ໂດຍຜູ້​ແທນ​ທີ່​ຮ່ວມ​ປະຊຸມ​ຈະ​ລົງ​ເລິກ​ຫາລື​ຫົວ​ຂໍ້​ຕ່າງໆ​​ເປັນ​ຕົ້ນ​ແມ່ຍິງ​ກັບ​ການ​ຄຸ້ມ​ຄອງ​ສັງຄົມ,ການ​ມອບ​ສິດທາ​ງ​ເສດຖະກິດ​ໃຫ້​ແມ່ຍິງ, ການ​ອະນຸລັກ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ​ກັບ​ການ​ພັດທະນາ​ແມ່ຍິງ.

ຂ່າວ​ແຈ້​ງວ່າ: ​ເວທີ​ປຶກສາ​ຫາລື​​ດັ່ງກ່າວ​ເນັ້ນ​ການແລກປ່ຽນ​ລະຫວ່າງ​ປະຊາຊົນ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​ກັບ​ອົງການ​ຈັດ​ຕັ້ງ​ປະຊາຊົນ​ແລະອົງການ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານຂອງ​ປະ​ເທດ​ອ້ອມ​ຂ້າງ ​ເຊິ່ງຈະ​ມີ​ບົດບາດ​ຕ່າງໆ​ເຊັ່ນ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ຈີນ​ແລະ​ອາ​ຊຽນ, ສົ່ງ​ເສີມ​ການ​ພັດທະນາ​ຢ່າ​ງໝັ້ນ​ທ່ຽງ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ສອງ​ຝ່າຍ, ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ ທັງ​ເສີມ​ສ້າງ​ກົນ​ໄກ​ເຈລະຈາ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ