ງານ​ລາຕີ​ສິລະ​ປະ​ວັນນະຄະດີ​ລະນຶກ​ວັນ​ໄຊຊະນະ​ແຫ່ງ​ການ​ເຄື່ອນ​ທັບ​ທາງ​ໄກ​ຂອງ​ກອງທັບ​ແດງ​ຄົບຮອບ 80 ປີ
2016-10-20 16:07:58  cri 
ງານ​ລາຕີ​ສິລະ​ປະ​ວັນນະຄະດີ​ລະນຶກ​ວັນ​ໄຊຊະນະ​ແຫ່ງ​ການ​ເຄື່ອນ​ທັບ​ທາງ​ໄກ​ຂອງ​ກອງທັບ​ແດງ​ຄົບຮອບ 80 ປີ​ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ນະຄອນຫຼວງ​ປັກ​ກິ່ງ​ໃນ​ຄືນ​ວັນ​ທີ 19 ຕຸລາ​ນີ້​ໂດຍ​ຜູ້ນຳ​ພັກ-ລັດ​ແລະຊາວ​ນະຄອນຫຼວງ​ປັກ​ກິ່ງ 3000 ກວ່າ​ຄົນ​​ເຂົ້າຮ່ວມ​ ​ຊົມ​ການສະ​ແດງ​ເພື່ອ​ຫວນ​ຄືນ​ວັນ​ເວລາ​ແຫ່ງ​ໄຊຊະນະ​ທີ່​ສະຫງ່າ​ລາສີ​ໃນ​ອະດີດ.

ງານ​ລາຕີ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນດ້ວຍ​ການຈັດ​ສາກ​ທີ່​ສ່ອງ​ແສງ​ໃຫ້​ເຫັນ​ປະຫວັດສາດພ້ອມ​ດ້ວຍ​ການ​ສະ​ແດງດົນຕີ,ການ​ຟ້ອນ,ງີ້ວ, ລະຄອນ​ເວທີ​ແລະ​ສື່​ຕ່າງໆ​​ເທິງ​ເວທີເພື່ອ​ເນັ້ນ​ການ​ສືບ​ທອດ​ນ້ຳ​ໃຈ​ແຫ່ງ​ການເຄື່ອນ​ທັບ​ທາງ​ໄກ​ແລະເນື້ອ​ໃນ​ຈິດ​ໃຈ​ຂອງ​ຍຸກ​ໃໝ່ ທັງ​ສະ​ແດງ​ໃຫ້​ເຫັນ​ພາລະ​ໜ້າ​ທີ່​ຮັບຜິດຊອບ​ໃນ​ປະຫວັດ​ສາດ​ຂອງພັກ​ກອມ​ມູນິດ​ຈີນ​ໃນ​ການ​ກູ້​ຊາດ​ແລະ​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ການ​ນຳພາ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ປະຊາ​ຊາດ​ຄືນ​ໃໝ່ ​ແລະ​​​ເຮັດ​ໃຫ້​ທົ່ວ​ພັກ​ທົ່ວ​ກອງທັບ​ປະຊາຊົນ​ບັນດາ​ເຜົ່າ​ທົ່ວ​ທັງ​ຊາດມີ​ຄວາມ​ໝັ້ນ​ໃຈ​​ໂດຍ​ບໍ່​ລືມ​ຈຸດປະສົງ​ເບື້ອງຕົ້ນ​ແລະ​ສືບ​ຕໍ່​ບຸກໜ້າ​ບືນ​ຕົວ​ກ້າວ​ໄປຂ້າງ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ