ອົງການ​ການ​ຄ້າ​ໂລກ​ຕັດສິນຫຼາຍມາດ​ຕະການຂອງ​ອາ​ເມ​ລິ​ກາ​ເພື່ອ​ຕ້ານ​ການຂາຍ​ເທ​ຕະຫຼາດຂອງ​ຈີນ​ນັ້ນຜິດ​ກະຕິ​ກາ
2016-10-20 16:08:12  cri 

ອົງການ​ການ​ຄ້າ​ໂລກ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ຂອງ​ໜ່ວຍ​ວິຊາ​ການ​ກ່ຽວ​ກັບ​ຈີນ​ຮ້ອງ​ຟ້ອງ​ອາ​ເມ​ລິ​ກາ​ໃຊ້​ມາດ​ຕະການ​ອ້າງ​ຕ້ານ​ການ​ຂາຍ​ເທ​ຕະຫຼາດ ​​ໃນ​ວັນ​ທີ 19 ຕຸລາ​ນີ້ ໂດຍຕັດສິນ​ອາ​ເມ​ລິ​ກາ​ໃຊ້ຫຼາຍມາດ​ຕະການ​​ເພື່ອຕ້ານ​ການ​ຂາຍ​​ເທ​ຕະຫຼາດຜະລິດ​ຕະພັນ​ສົ່ງ​ອອກ​ຂອງ​ຈີນ​ນັ້ນ​​ເປັນ​ການ​ລະ​ເມີດ​ກະຕິ​ກາ.

​ເຈົ້າໜ້າ​ທີ່​ອົງ​ການ​ການ​ຄ້າ​ໂລກ​ຊີ້​​ໃຫ້​ເຫັນວ່າ: ​ໃນ​ຄະດີ​ນີ້​ໄດ້​ກ່ຽວ​ພັນ​ເຖິງຫຼາຍຂະ​ແໜງ​ກ​ານ ​ເຊັ່ນ ຜະລິດ​ຕະພັນ​ກົນ​ຈັກ​ແລະ​ເຄື່ອງ​ຜະລິດ​​ໄຟຟ້າ, ອຸດສາຫະກຳ​ເບົາ, ​ແຮ່​ທາດ ​ແລະ​ອື່ນໆ ​ໂດຍມີ​ມູນ​ຄ່າ​ສົ່ງ​ອອກປະມານ 8 ຕື້ 400 ລ້ານ​ໂດ​ລາ​ສະຫະລັດ​ຕໍ່​ປີ ​ແລະ​​ໄດ້ກ່ຽວ​ພັນ​ເຖິງຜົນ​ປະ​ໂຫຍ​ດການ​ຄ້າ​ທີ່​ໃຫຍ່ຫຼວງ​ຂອງ​ຈີນ. ຂະນະ​ທີ່ຈີນ​​ໄດ້ເຕືອນອາ​ເມ​ລິ​ກາ​ຈົ່ງ​ເຄົາລົບຜົນ​ການ​ຕັດສິນ​ຂອງ​ອົງການ​ການ​ຄ້າ​ໂລກ ​ແລະ​ປ່ຽນ​ແປງ​ການ​ກະທຳ​ທີ່​ຜິດພາດຂອງ​ຕົນ​ທີ່​ນຳ​ໃຊ້​ມາດ​ຕະການອຸດ​ໜູນ​ການ​ຄ້າ​ທົ່ວທີບ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ​ເພື່ອ​ຮັບປະກັນ​​ໃຫ້​ວິ​ສາ​ຫະກິດ​ຈີນ​ມີສະພາບ​ແວດ​ລ້ອມ​ການ​ຄ້າ​ສາກົນ​ແບບ​ແຂ່ງຂັນ​ຢ່າງ​ສະ​ເໝີ​ພາບ.

​ເດືອນ​ທັນວາ​ປີ 2013, ຈີນ​ໄດ້​ຮ້ອງ​ຟ້ອງ​ຕໍ່​ກົນ​ໄກ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງຂອງ​ອົງການ​ການ​ຄ້າ​ໂລກ ​ໂດຍ​ຍົກ​ຂໍ້​ສົງ​ໄສ​ຕໍ່​ການ​ສຳຫຼວດຕ້ານ​ການ​ຂາຍເທ​ຕະຫຼາດຂອງ​ອາ​ເມ​ລິ​ກາ ລວມທັງວິທີການກຳນົດ "​ເປົ້າໝາຍ​ການ​ຂາຍ​​ເທ​ຕະຫຼາດ" ​ເປັນຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ