ປະທານ​ປະ​ເທດ​ຈີນ​ພົບ​ປະ​ເຈລະຈາ​ກັບ​ປະທານາທິບໍດີ​ຟີ​ລິບ​ປິບ
2016-10-21 11:04:51  cri 
ວັນ​ທີ 20 ຕຸລາ​ນີ້​ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນຜິງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ໂຣ​ດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟີ​ລິບ​ປິນ​ໂດຍ​ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ​ ​ຊຸກຍູ້ການ​ປັບປຸງ​ສາຍ​ພົວພັນ​ຈີນ-ຟີ​ລິບ​ປິນໃຫ້​ດີ​ຂຶ້ນ​ຢ່າງຮອບດ້ານ​ແລະ​​ໃຫ້​ມີ​ການ​ພັດ ທະນາ​ຫຼາຍ​ກວ່າ​ເກົ່າ ທັງ​ຢືນຢັນ​ວ່າ​ຍິນ​ດີ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ຢ່າງ​ເໝາະ​ສົມ​ໂດຍ​ການ​ປຶກສາ​ຫາລືຂອງ​ສອງ​ຝ່າຍ ​​ແລະ​ໄຂ​ສັງກາດໃໝ່​ແຫ່ງ​ການ​ຮ່ວມ​ມື​ທາງ​ທະ​ເລ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຕີ​ລາຄາ​ການ​ຢ້ຽມຢາມ​ຂອງ​ທ່ານ​ດູ​ເຕີ​ເຕ​ເທື່ອ​ນີ້​ວ່າ​ ມີ​ຄວາມ​ໝາຍ​ແລະ​ເປັນ​ຂີດ​ໝາຍທາງປະຫວັດສາດ, ​ເຖິງ​ວ່າການ​ຈັບ​ມື​ກັນ​ລະຫວ່າງ​ຜູ້ນຳ​ສອງ​ປະ​ເທດ​ເທື່ອ​ນີ້​ເປັນ​ເທື່ອ​ທຳ​ອິດ​ໃນ​ຫຼາຍ​ປີຜ່ານມາ​ແຕ່​ກໍ​ເຕັມປ່ຽມ​ໄປ​ດ້ວຍ​ຄວາມເຂັ້ມ​ແຂງ​ແລະ​ອົບ​ອຸ່ນ​. ທ່ານ​ດູ​ເຕີ​ເຕກ່າວ​ວ່າ ປັດຈຸບັນ​ເປັນ​ "ໄລຍະ​ລະດູ​​ໃບ​ໄມ້​ປົ່ງ" ຂອງ​ສາຍ​ພົວພັນຟິ​ລິບ​ປິນ-ຈີນທັງຫວັງ​ວ່າ​ຈະ​ສາມາດ​ເພີ່ມ​ທະວີ​ສາຍພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີ​ກ.

ຫຼັງການ​ພົບ​ປະ, ປະມຸກ​ລັດ​ທັງ​ສອງ​ປະ​ເທດ​ໄດ້​ຮ່ວມ​ກັນ​ເປັນ​ສັກຂີ​ພິຍານ​ໃນ​ການ​ລົງ​ນາມ​ເອກະສານ​ຮ່ວມ​ມື​ສອງ​ຝ່າຍ 13 ສະບັບ​ເຊິ່ງກ່ຽວ​ພັນ​ກັບ​ຂົງ​ເຂດ ​ເສດຖະກິດ​ການ​ຄ້າ,ການ​ລົງທຶນ,ຄວາມ​ສາມາດ​ການ​ຜະລິດ,ກະສິກຳ,ຖະ​ແຫຼ​ງຂ່າວ,ການ​ກວດ​ຄຸນ​ນະພາ​ບ,ທ່ອງ​ທ່ຽວ,ການ​ປາບ​ປາມ​ຢາ​ເສບ​ຕິດ,ການ​ທະນາຄານ, ຕຳຫຼວດ​ປ້ອງ​ກັນ​ທະ​ເລ,ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ແລະ​ອື່ນໆ.

ຕາມ​​ເວັບ​ໄຊ​ກະຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ວ່າ​: ຈີນ​ຍັງ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ສະໜັບສະໜູນຟີ​ລິບ​ປິນ​ໃນ​ການ​ປາບ​ປາມ​ຢາ​ເສບ​ຕິດ. ສອງ​ປະ​ເທດ​ຍັງ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ດ້ານ​ວັດທະນະທຳ​ເຊິ່ງລວມທັງ​ການ​ສົ່ງ​ນັກສຶກສາ​ແລະ​ສ້າງ​ຕັ້ງ​ສູນວັດທະນະທຳ​ຂອງປະ​ເທດ​ຕົນຢູ່​ແຕ່ລະ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ