ສປປ ​ເກົາຫຼີ​ຢືນຢັນ​ຈະ​ຍິງ​ສົ່ງ​ດາວ​ທຽມຂຶ້ນ​ອະວະກາດ​ໃຫ້​ຫຼາຍ​ກວ່າ​ເກົ່າ
2016-10-21 16:26:45  cri 
ວັນ​ທີ 20 ຕຸລາ​ນີ້, ​ໂຄສົກກົມ​ພັດທະນາ​ອະວະກາດ​ແຫ່ງ​ຊາດ ສປປ ​ເກົາຫຼີກ່າວວ່າ, ສປປ ​ເກົາ​ຫຼີຈະ​ຍິງ​ສົ່ງ​ດາວ​ທຽມ​​ໃຫ້ຫຼາຍ​ກ​ວ່າ​ເກົ່າ​ຫວັງ​ເຮັດ​ສຳ​ເລັດ​ຕາມ​ແຜນພັດທະນາ​ອະວະກາດ 5 ປີ​ຂອງ​ປະ​ເທດ​ຕົນ.

ຂ່າວສານ​ສູນ​ກາງ​ເກົາຫຼີ​ລາຍ​ງານ​ໃນວັນ​ທີ 20 ຕຸລາ​ນີ້​​ໂດຍ​ອ້າງ​ຕາມ​ການ​ເປີດ​ເຜີຍ​ຂອງ, ​ໂຄສົກ​ກົມ​ພັດທະນາ​ອະວະກາດ ສປປ ​ເກົາຫຼີວ່າ, ​ໃນ​ກອງ​ປະຊຸມ​ຄະນະ​ກຳມະການ​ທີ 4 ຂອງສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ທີ່​ຜ່ານ​ມາ, ຜູ້ຕາງ​ໜ້າ​ຖາວອນຂອງປະ​ເທດ​ຕົນໄດ້ສະ​ແດງ​ຫຼັກ​ໝັ້ນກ່ຽວ​ກັບການ​ຍິງ​ສົ່ງ​ດາວ​ທຽມ​ແລະ​ສິດ​ນຳ​ໃຊ້​ອະວະກາດ​ໂດຍ​ສັນຕິ. ​ແຕ່​​ຜູ້ຕາງໜ້າຖາວອນ ສ​ເກົາຫຼີ​ໄດ້​ກ່າວຫາ​ວ່າ, ປະຊາ​ຄົມ​ໂລກ​ພວມສຸມ​ທຸກ​ຄວາມ​ພະຍາຍາມ​ນຳ​ໃຊ້​ອະວະກາດ​ໂດຍ​ສັນຕິ, ​ແຕ່ການ​ສົ່ງ​ດາວ​ທຽມຂອງ ສປປ ​ເກົາຫຼີ​ພັດ​ບໍ່​ແມ່ນ​ເພື່ອ​ສັນຕິພາບ.

​ໂຄສົກທ່ານ​ນີ້​ກ່າວ​ວ່າ, ການ​ກະທຳ​ຂອງ​ ສ​ເກົາຫຼີ​ສະ​ແດງ​ໃຫ້​ເຫັນ​ເຖິງ​ເຈດ​ຈຳນົງ​ບໍ່​ດີ​ທີ່​ຊຸກຍູ້​ໃຫ້​ປະຊາ​ຄົມ​ໂລກ​ຂວ້ຳ​ບາດ​ແລະ​ປິດ​ລ້ອມ​ ສປປ ​ເກົາຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ