​​ຈັດເວທີ​ປຶກສາ​ຫາລື​ເສດຖະກິດ​ລະດັບ​ສູງ​ຈີນ-​ຣັດ​ເຊຍ​ຄັ້ງ​ທີ7ຢູ່​ປັກ​ກິ່ງ
2016-10-22 15:38:04  cri 

ວັນ​ທີ21ຕຸລາ​ນີ້, ​ເວທີ​ປຶກສາ​ຫາລື​ເສດຖະກິດ​ລະດັບ​ສູງ​ຈີນ-​ຣັດ​ເຊຍ​ຄັ້ງ​ທີ7​ໄດ້​ໄຂ​ຂຶ້ນ​ຢູ່​ມະຫາ​ວິທະຍາ​ໄລ​ປະຊາຊົນ​ຈີນ​ທີ່​ນະຄອນຫຼວງ​ປັກ​ກິ່ງ. ທ່ານ​ໄຕ້​ປີງ​ກົວ, ປະທານ​ຄະນະ​ກຳມະການ​ມິດຕະພາບ ສັນຕິພາບ​ແລະ​ພັທະນາ​ຈີນ-ຣັດ​ເ​ຊຍ, ຜູ້ຕາງໜ້າ​ອົງການ​ລັດຖະບານ​ຈີນ​ແລະຣັດ​ເຊຍ, ຊ່ຽວຊານ​ຈາກ​ໂຮງຮຽນ​ຊັ້ນ​ສູງ​ຂອງ​ຈີນ, ຣັດ​ເຊຍ​ແລະ​ກາ​ຊັກ​ສະຖານ, ພ້ອມ​ດ້ວຍ​ຜູ້ຕາງໜ້າ​ວົງ​ການ​ວິ​ສາ​ຫະກິດ​ຈີນ​ແລະຣັດ​ເຊຍ​ໄດ້​ເຂົ້າ​ຮ່ວມ.


​ເວທີປຶກສາ​ຫາລື​ຄັ້ງ​ນີ້​ມີ​ຫົວ​ຂໍ້ຫຼັກ​ວ່າ "ຈີນ​ແລະຣັດ​ເຊຍ​ໃນ​ການ​ປັບປຸງ​ລະບົບ​ຄຸ້ມ​ຄອງ​ເສດຖະກິດ​ໂລກ", ​​ໂດຍ​ແຍກ​ອອກ​ເປັນ6ຫົວ​ຂໍ້​,​ຄື:ມາດ​ຕະການ​ແລະ​ບົດບາດ​ຂອງ​ການ​ສ້າງ​ຕັ້ງ"ສາຍ​ພົວພັນ​ຄູ່​ຮ່ວມ​ຮອບດ້ານ​ລະຫວ່າງ​ອາຊີ-​ເອີ​ລົບ", ຈີນ-ຣັດ​ເຊຍ​ກັບ​ລະບົບແບບ​ໃໝ່​ແຫ່ງ​ການຄຸ້ມ​ຄອງ​ເສດຖະກິດ​ໂລກ​, ການ​ຄົ້ນຄວ້າ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ແລະ​ຮ່ວມ​ມື​ລະຫວ່າງ​ການ​ສ້າງສາ​ແລວ​ທາງ​ເສດຖະກິດ​ເສັ້ນທາງ​ສາຍ​ໄໝ​ກັບ​ສະຫະພັນ​ເສດຖະກິດ​ເອີ​ລົບ-​ອາຊີ, ການ​ຄົ້ນຄວ້າ​ກ່ຽວ​ກັບ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ອຸດສາຫະກຳ​ຈີນ-ຣັດ​ເຊຍ,​​ເຮັດ​ແນວ​ໃດ​ຈະ​ສາມາດ​ຍົກ​ລະດັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບຣັດ​ເຊຍ,​ການ​ຍົກ​ລະດັບ​ແລະ​ປ່ຽນ​ແປງ​ຮູບ​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ​ແລະຣັດ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ