ລັດທິປົກ​ປ້ອງ​ການ​ຄ້າ​ບໍ່​ແມ່ນ​ຢາ​​ແກ້​ໄຂບັນຫາ
2016-10-22 15:01:45  cri 
ວັນ​ທີ 21 ຕຸລາ​ນີ້, ທ່ານ​ໂຣ​ເບີ​ໂທ ອາ​ເຊ​ເວ​ໂດ ຜູ້ອຳນວຍການ​ໃຫຍ່​ອົງການ​ການຄ້າ​ໂລກ​ກ່າວ​ວ່າ, ຄວາມ​ບໍ່​ໝັ້ນທ່ຽງຂອງຕະຫຼາດ​ແຮງ​ງານ​ໃນ​ທົ່ວ​ໂລກ​​ເພີ່ມ​ຂຶ້ນ ​ແລະ​ບັນຫາ​ອື່ນໆ ບໍ່​ຢູ່​ນຳການ​ຄ້າ, ລັດທິປົກ​ປ້ອງ​ການ​ຄ້າ​ບໍ່​ແມ່ນ​ຢາ​​ແກ້​ໄຂບັນຫາ.

ມື້​ດຽວ​ກັນ ທ່ານ​ອາ​ເຊ​ເວ​ໂດ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ລະດັບລັດຖະມົນຕີວົງ​​ແຄບຂອງ​ອົງການ​ການຄ້າ​ໂລກ​ຢູ່​​ເມືອງ​ໂອສ​ໂລ ​​ແລະ​ຮ່ວມ​ກັບ​ທ່ານ​​ໂບຈ ​​ແບຼນ​ເຕີ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ນັອກແວຈັດ​ງານ​ຖະ​ແຫຼ​ງຂ່າວ. ​ໂດຍ​​ແນ​ໃສ່​ກະ​ແສ​ຕ້ານ​ການ​ຄ້າທີ່​ຟື້ນ​ຕົວ​ຄືນ​ຢູ່​ປະ​ເທດ​ອາ​ເມ​ລິ​ກາ​ແລະ​ເອີ​ລົບ, ທ່ານ​ອາ​ເຊ​ເວ​ໂດ​ຊີ້​ອອກ​ວ່າ, ​ໃນ​ອົງ​ກອນ​ເສດຖະກິດ​ທີ່​ພັດທະນາ​ແລ້ວ, ມີ​ພຽງ​ການ​ຫວ່າງ​ງານ​ທີ່​ໜ້ອຍ​ກວ່າ 20% ​ແມ່ນ​​ເກີດ​ຂຶ້ນ​ຍ້ອນສາ​ເຫດ​ທາງ​ການ​ຄ້າ, ຫຼາຍ​ກວ່າ 80% ​ແມ່ນກ່ຽວ​ຂ້ອງ​ກັບ​ເຕັກນິກ​ໃໝ່ ການ​ປະດິດ​ສ້າງ​ໃໝ່​ແລະການ​ນຳ​ໃຊ້​ອັດຕະ​ໂນ​ມັດ.

ທ່ານ​ເຫັນ​ວ່າ, ​ເພື່ອ​ຮັບ​ມື​ກັບການ​ທ້າ​ທາຍ​ດັ່ງກ່າວ, ຕ້ອງ​ພະຍາຍາມຈາກ​ດ້ານພາຍ​ໃນ​ຂອງ​ທຸກອົງ​ກອນ​ເສດຖະກິດ​ແລະ​ທົ່ວ​ໂລກ, ໜຶ່ງ​ແມ່ນ​ປັບປຸງ​ນະ​ໂຍບາຍການ​ສຶກສາ, ການອົບຮົມ ​ແລະ​ການ​ລົງທຶນ​ພາຍ​ໃນ​​ທຸກ​ອົງ​ກອນ​ເສດຖະກິດ, ​ໂດຍ​ສະ​ເພາະ​ແມ່ນ​ເຈາະ​ຈົງ​ສະໜັບສະໜູນ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ທີ່​ອຳນວຍ​ຕຳ​​ແໜ່​ງວຽກ​ງານ​ຈຳນວນ​ຫຼວງ​ຫຼາຍ​ໄດ້, ສອງ​ແມ່ນ ທຸກ​ອົງ​ກອນ​ເສດຖະກິດ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທົ່ວ​ໂລກ, ຊຸກຍູ້ການ​ພັດທະນາການ​ຄ້າ, ສ້າງ​ຕຳ​ແໜ່​ງອາຊີບ​ໃຫ້​ຫຼາຍ​ກວ່າ​ເກົ່າ, ຊຸກຍູ້​ເສດຖະກິດ​ເພີ່ມ​ຂຶ້ນ.

ກອງ​ປະຊຸມ​ລະດັບລັດຖະມົນຕີວົງ​ແຄບ​ຂອງ​ອົງການ​ການຄ້າ​ໂລກຄັ້ງນີ້ ​ແມ່ນ​ຈັດ​ຂຶ້ນ​ຢູ່​ເມືອງ​ໂອສ​ໂລ​ໃນ​ວັນ​ທີ 21-22 ຕຸລາ​ນີ້, 24 ສະມາຊິກ​ສຳຄັນຂອງ​ອົງການ​ການ​ຄ້າ​ໂລກ ຄືອາ​ເມ​ລິ​ກາ ສະຫະພາບ​ເອີ​ລົບ​ແລະ​ຈີນ ​ໄດ້​ສົ່ງ​ຜູ້ຕາງໜ້າ​ເຂົ້າຮ່ວມກອງ​ປະຊຸມ. ຜູ້ຕາງໜ້າ​ທັງ​ໝົດ​ຈະ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ຫົວ​ຂໍ້ຕ່າງໆ ຄືປົກ​ປ້ອງ​ໂຄງ​ປະກອບ​ການ​ຄ້າ​ຫຼາຍ​ຝ່າຍ, ຊຸກຍູ້​ເສດຖະກິດ​ເພີ່ມ​ຂຶ້ນ​ໂດຍ​ຜ່ານ​ການ​ຄ້າ​ສາກົນ, ​ເຮັດ​ແນວ​ໃດ​ຮັບ​ມື​ກັບ​ການ​ທ້າ​ທາຍຕົ້ນຕໍ​ທີ່​ມາ​ຈາກ​ການ​ຕ້ານ​ການ​ຄ້າ ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ