ກະຊວງ​ການ​ຕ່າ​ງປະ​ເທດ​ຈີນ​ທວງ​ໃຫ້​ຍີ່​ປຸ່ນຢຸດຕິ​ການ​ຍຸ​ແຫຍ່​ກາ​ນພົວພັນ​ຈີ​ນ-ຟິລິບ​ປິນດ້ວຍ​ບັນຫາ​ທະ​ເລ​ຈີນ​ໃຕ້
2016-10-22 16:25:35  cri 
ຕາມ​ຂ່າວສານ​ຊິນ​ຮວາ:ຕໍ່​ກັບ​ມີ​ລາຍ​ງານ​ຂ່າວ​ກ່າວ​ວ່າ,ລັດຖະບານ​ຍີ່​ປຸ່ນສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ຈີນ-ຟິລິບ​ປິນກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​ໂຈະ​ຄວາມ​ຂັດ​ ແຍ້​ງຢູ່​ທະ​ເລ​ຈີນ​ໃຕ້,ວັນ​ທີ 21 ຕຸລາ​ນີ້,ທ່ານ​ນາງ​ຮວ້າຊຸນ​ຢິງ ​ໂຄສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ທວງ​ໃຫ້​ຍີ່​ປຸນ​ຈົ່ງ​ຢຸດ​ຕິ​ການ​ຍຸ​ແຫຍ່​ໃນ​ທັນທີ.

​ໃນ​ກອງ​ປະຊຸມ​ຂ່າວ​ໃນ​ວັນ​ດຽວ​ກັນ,ມີ​ນັກ​ຂ່າວ​ຖາມ​ວ່າ,ຂ່າວສານ​ກຽວ​ໂຕ​ລາຍ​ງານວ່າ,ຕໍ່​ກັບ​ຜູ້​ນຳ​ຈີນ-ຟິລິບ​ປິນກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​ໂຈະ​ຄວາມ​ຂັດ​ແຍ້​ງຢູ່​ທະ​ເລ​ຈີນ​ໃຕ້,ລັດຖະບານ​ຍີ່ປຸ່ນ​ມີ​ຄວາມ​ເປັນ​ຫ່ວງ​ຫຼາຍຂຶ້ນ,ກຽມ​ທວງ​ໃຫ້​ຟິລິບ​ປິນ​ເຄົາລົບ​ການ​ຕັດສິນ​ອະນຸຍາ​ໂຕ​ຕຸລາການ.ນອກ​ນີ້,ມີຂ່າວ​ແຈ້ງ​ອີກ​ວ່າ,ວັນ​ທີ 20 ຕຸ​ລາ​ນີ້,ທ່ານ​ໂຢຊີ​ຮິ​ເດ ຊູ​ກາ ​ເລຂາທິການ​ຄະນະລັດຖະບານຍີ່​ປຸ່ນກ່າວ​ວ່າ,ບັນຫາ​ທະ​ເລ​ຈີນ​​ໃຕ້​ແມ່​ນບັນຫາ​ທີ່​ປະຊາ​ຄົມ​ໂລກ​ສົນ​ໃຈ​ຮ່ວມ​ກັນ,ທ່ານ​ນາຍົກ​ຊິນ​ໂຈະ  ອາ​ເບະຫວັງ​ທວງ​ໃຫ້​ຟິລິບ​ປິນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ​ແລະ​ຍີ່ປຸ່ນ​ໃນ​ໄລຍະ​ທ່ານ​ດູ​ເຕິ​ເຕ ປະທານາທິບໍດີ​ຟິລິບ​ປິນຢ້ຽມຢາມ​ຍີ່ປຸ່ນ.ຈີນ​ມີ​ການ​ວິຈານ​ແນວ​ໃດ​ຕໍ່​ເລື່ອງ​ນີ້?
ທ່ານ​ນາງ​ຮວ້າຊຸນ​ຢິງກ່າວ​ວ່າ,ຄຳ​ເວົ້າ​​ເຫຼົ່ານີ້​ຂອງ​ຍີ່​ປຸ່ນ​ແມ່ນ​ບໍ່​ຮູ້ຈັກ​ກາລະ​ເທສະ.ການ​ພົວພັນ​ຈີນ-ຟິລິບ​ປິນດີ​ຂຶ້ນ​ຢ່າງຮອບດ້ານ​ແລະ​ພັດທະນາ,ບັນຫາ​ທະ​ເລ​ຈີນ​ໃຕ້​ກັບ​ຄືນ​ສູ່​ວິຖີ​ທາງ​ອັນ​ຖືກຕ້ອງ​ທີ່​ສອງ​ຝ່າຍ​ແກ້​ໄຂ​ດ້ວຍ​ການ​ສົນທະນາ​​ແລະ​ປຶກສາ​ຫາລື​ເຊິ່ງນີ້​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານ​ຮ່ວມ​ຂອງ​ປະຊາຊົນ​ສອງ​ຊາດ​ຈີນ-ຟິລິບ​ປິນ,ກໍ​ມີ​ຜົນ​ດີ​ຕໍ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ທ່ານ​ນາງ​ກ່າວ​ວ່າ,ຍີ່ປຸ່ນ​ມີ​ຄົນ​ຈຳ​ນວນ​ໜຶ່ງ​ມັກ​ເວົ້າ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ຕິດ​ປາກ,​ແຕ່​ເມື່ອ​ສັນຕິພາບ​ແລະ​ສະ​​ຖຽນລະ​ພາບ​ຂອງ​ພາກ​ພື້ນ​ຈະ​ບັນລຸ​ຜົນ​ເປັນ​ຈິງ​ຢ່າງ​ແທ້​ຈິງ​ນັ້ນ,​ເຂົາ​ເຈົ້າ​ພັດ​ຮ້ອນຮົນ​ກັງວົນ. "ພວກ​ເຮົາ​ທວງ​ໃຫ້​ຍີ່ປຸ່ນ​ຈົ່ງ​ຢຸດຕິ​ການ​ຍຸ​ແຫຍ່ລະຫວ່າງ​ປ​ະ​ເທດ​ໃນ​ພາ​ກພື້ນ​ນີ​,​ເພື່ອ​ສົ່ງ​ເສີມ​ບົດບາດ​ລັກສະນະ​ສ້າງສັນ​ໃຫ້​ແກ່​ສັນຕິພາບ​ແລະ​ສະ​ຖຽນລະ​ພາບ​ຂອງ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ