ທູດ​ພິ​ເສດ​ຂອງ​ປະທານ​ປະ​ເທດ​ຈີນ​ເດີນທາງ​ໄປ​ໄທ​ເພື່ອ​ໄວ້ອາ​ໄລ​ເຖິງ​ດວງ​ວິນ​ຍານ​ຂອງ​ເຈົ້າ​ຊີວິດ​ພູມີ​ພົນ ອະດຸນ​ຍະ​ເດດ
2016-10-23 15:09:55  cri 

ຕາມ​ຂ່າວ CRI: ວັນ​ທີ 22 ຕຸລາ​ນີ້ ທ່ານ​ຫຼີຢວນຊາວ ຮອງ​ປະທານ​ປະ​ເທດ​ຈີນ ທູດ​ພິ​ເສດ​ຂອງ​ທ່ານ​ປະທານ​ປະ​ເທດ​ສີຈິ້ນ​ຜິ​ງ​ໄດ້​ເດີນທາງ​ໄປ​ປະ​ເທດ​ໄທ ​ເພື່ອ​ໄວ້ອາ​ໄລ​ເຖິງ​ດວງ​ວິນ​ຍານ​ຂອງ​ເຈົ້າ​ຊີວິດ​ພູມີ​ພົນ ອະດຸນ​ຍະ​ເດດ.

​ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ນະ​ລົງ ພິບ​ພັດ​ທະນະ​ໄຊ ຮອງ​ນາຍົກລັດຖະມົນຕີ​ໄທ, ທ່ານ​ຫຼີຢວນຊາວ​ກ່າວ​ວ່າ, ການ​ພົວພັນລະຫວ່າງ​ຈີນ-​ໄທ ​ໄດ້​ຮັບ​ການ​ຂະຫຍາຍຕົວ​ຢ່າງ​ປອດ​​ໃສແມ່ນ​ແຍກ​ອອກ​ຈາກ​ຄວາມ​ເອົ​າ​ໃຈ​ໃສ່ ​ແລະ​ການ​ສະໜັບສະໜຸນ​ຂອງ​ເຈົ້າ​ຊີວິດ​ພູມີ​ພົນ ອະດຸນ​ຍະ​ເດດ​ພ້ອມ​ດ້ວຍ​ພະ​ບໍລົມ​ວົງ​ສະນຸວົງຂອງ​ໄທ​ບໍ່​ໄດ້. ຈີນ ​ແລະ​ໄທ​ພະຍາຍ​ມຊຸກຍູ້​ໃຫ້ການພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ຝ່າຍ​ຂະຫຍາຍຕົວ​ໄປ​ເລື້ອຍໆ ກໍ​ເປັນ​ການ​ເສີມ​ຂະຫຍາຍ ​ແລະ​ສືບ​ທອດ​ເຈດ​ຕະນາ​ລົມ​ຂອງ​ເຈົ້າ​ຊີວິດ​ພູມີ​ພົນ ອະດຸນ​ຍະ​ເດດ. ຈີນ​ສຸດ​ທີ່​ເອົາ​ໃຈ​ໃສ່​ນຳ​ການ​ພົວພັນ​ຈີນ-​ໄທ, ​ແລະ​ຖະໜຸຖະໜອມ​ມິດຕະພາບ​ກັບ​ພະ​ບໍລົມ​ວົງ​ສານຸ​ວົງ​ໄທ, ​ເຊື່ອ​ວ່າ​ມິດຕະພາບ​ຈີນ-​ໄທ​ຍ່ອມ​ຈະ​ໄດ້​ຮັບ​ການ​ສືບ​ທອດ​ໄປ​ທຸກ​ເຊັ່ນ​ຄົນ. ຈີນ​ຍິນ​ດີ​ຮ່ວມ​ກັບ​ໄທ​ທຳ​ຄວາມ​ພະຍາຍາມ, ສືບ​ທອດ​ມິດຕະພາບ, ​ເພີ່ມ​ພູນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ, ຍົກ​ລະດັບ​ຂອງ​ການ​ຮ່ວມ​ມື​ໃຫ້​ສູງ​ຂຶ້ນ ​ເພື່ອ​ນຳ​ເອົາ​ຄວາມ​ຜາ​ສຸກ​ຫຼາຍ​ກວ່າ​ເກົ່າ​ມາ​ໃຫ້​ລັດຖະບານ ​ແລະ​ປະຊາຊົນ​ສອງ​ປະ​ເທດ.

ທ່ານ​ນະ​ລົງ ພິບ​ພັດ​ທະນະ​ໄຊ​ກ່າວ​ວ່າ, ຂອບ​ໃຈ​ທ່ານ​ຮອງ​ປະທານ​ປະ​ເທດ​ຫຼີຢວນຊາວ​ເດີນທາງ​ໄປ​ໄວ້ອາ​ໄລ​ເຖິງ​ດວງ​ວິ​ນຍານ​ຂອງ​​ເຈົ້າ​ຊີວິດ​ພູມີ​ພົນ​ອະດຸນ​ຍະ​ເດດ ​ໃນ​ຖານະ​ເປັນ​ທູດ​ພິ​ເສດ​ຂອງ​ທ່ານ​ປະທານ​ປະ​ເທດ​ສີຈິ້ນ​ຜິ​ງ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັກ​ແພງ​ກັນຂອງຜູ້ນຳ ລັດຖະບານ​ກໍ​ຄື​ປະຊາ​ຄົນຈີນ​ທີ່​ມີ​ຕໍ່​ພະ​ບໍລົມ​ວົງສາ​ນຸວົງ ລັດຖະບານ ​ແລະ​ປະຊາຊົນ​ໄທ. ລັດຖະບານ​ໄທ​ຖື​ສຳຄັນການ​ພົວພັນ​ຕໍ່​ຈີນ, ຍິນ​ດີ​ຮ່ວມ​ກັບ​ຈີນ​ຊຸກຍູ້​ໃຫ້ກາ​ນ ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ເລື້ອຍໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ