ຈີນ​ຈະ​ບໍ່​ໃຫ້​ອາ​ເມ​ລິ​ກາ​ເຮັດ​ຕາມ​ລຳພັງ​ຢູ່​ທະ​ເລ​ຈີນ​ໃຕ້
2016-10-24 15:46:07  cri 

ໜັງສືພິມ "​ເຢັນ​ໝິນຢື້​ປ້າວ" ຂອງ​ຈີນ​ສະບັບ​ວັນ​ທີ 23 ຕຸລາ​ນີ້​ໄດ້​ລົງ​ພິມ​ບົດ​ຄວາມ​ທີ່​ມີ​ຫົວ​ວ່າ "ຈີນ​ຈະ​ບໍ່​ໃຫ້​ອາ​ເມ​ລິ​ກາ​ເຮັດ​ຕາມ​ລຳພັງ​ຢູ່​ທະ​ເລ​ຈີນ​ໃຕ້" ​ໂດຍ​ຊີ້​ວ່າ: ກຳ​ປັ່ນຂັບ​ໄລ່ "USS Decatur" ຂອງ​ກອງທັບ​ເຮືອອາ​ເມ​ລິ​ກາ​ໄດ້​ລ່ວງ​ເຂົ້າ​ນ່ານທະ​ເລຊີ​ຊ່າ​ຂອງ​ຈີນ​ໃນ​ວັນ​ທີ 21 ຕຸລາ​ນີ້ ຈາກ​ນີ້ລັດຖະບານ​ຈີນ​ເດັດດ່ຽວ​ຄັດຄ້ານການ​ກະທຳ​ທີ່​ມີ​ຄວາມ​ສ່ຽງ​ຂອງ​ອາ​ເມ​ລິ​ກາ​​ຄື​ດັ່ງກ່າວ ​ແລະ​ຈະ​ໃຊ້​ມາດ​ຕະການ​ຕໍ່ຕ້ານຕ່າງໆ​ຢ່າງ​ແຂງ​ແຮງ.

ບົດ​ຄວາມ​ຊີ້​ວ່າ: ການ​ກະທຳ​ຕາມອັນ​ທີ່​ກ່າວ​ອ້າງວ່າການ​ເຄື່ອນ​ໄຫວ​ລາດຕະ​ເວນ​ຂອງ​ອາ​ເມ​ລິ​ກາ​ເທື່ອ​ນີ້​ໄດ້​ເກີດ​ຂຶ້ນ​ໃນ​ຂະນະ​ທີ່​ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟິລິບ​ປິນພວມ​ຢ້ຽມຢາມ​ຈີນ ​ແລະ ສາຍ​ພົວພັນ​ລະຫວ່າງ​ຈີນ-ຟິລິບ​ປິນ​ໄດ້​ຮັບ​ການ​ຟື້ນ​ຟູ​ຢ່າງຮອບດ້ານ​ ທັງ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ຕ່າງໆ​ລະຫວ່າງ​ສອງ​ຝ່າຍ. ​ໃນ​ຂະນະ​ທີ່​ສາຍ​ພົວພັນ​ລະຫວ່າງຈີນ​ແລະ​ປະ​ເທດ​ທີ່​ກ່ຽວຂ້ອງ​ໄດ້​ຮັບ​ການ​ປົວ​ແປງໃຫ້​ດີ​ຂຶ້ນ ​ແລະ ການ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ຢ່າງ​ເໝາະ​ສົມນັ້ນ​ໄດ້​ມີ​ທ່າ​ອ່ຽງທີ່​ໜ້າ​ຊື່ນ​ຊົມຍິນ​ດີ, ​ແຕ່ອາ​ເມ​ລິ​ກາ​ພັດ​ສົ່ງ​ກຳ​ປັ່ນ​ຮົບ​ມາ​ທ້າ​ທາຍ​ເກາະ​ຜິດ​ຢູ່​ນ່ານທະ​ເລ​ຈີນ ທັງ​ນີ້​ໄດ້​ຢັ້ງຢືນ​ອີກ​ເທື່ອ​ໜຶ່ງວ່າ ອາ​ເມ​ລິ​ກາ​ເປັນ​ໂຕ​ການທຳລາຍ ​ໂດຍ ໂຄສະນາ​ແລະ​ເຈດ​ຕະນາ​ກໍ່​ສະພາບ​ຄວາມ​ເຄັ່ງ​ຕຶງ ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້​ໃນ​ໄລຍະ​ຜ່ານ​ມາ.

​ບົດ​ຄວາມ​ລະບຸ​ສຸດ​ທ້າຍ​ວ່າ: ​ໃນ​ບັນຫາ​ຄວາມ​ຖືກຕ້ອງ​ແລະ​ຄວາມບໍ່​ຖືກຕ້ອງ​ທາງ​ດ້ານຫຼັກການ ທີ່​ກ່ຽວ​ພັນ​ເຖິງ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຈີນ​ໃຕ້, ຈີນ​​ເດັດຂາດຈະ​ບໍ່​ໃຫ້​ອາ​ເມ​ລິ​ກາ​ເຮັດ​ຕາມ​ລຳພັງ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ