​ປະ​ກວດ​ນາງ​ແບບນາຍ​ແບບຈີນຄັ້ງ​ທີ 22 ຢູ່​ປັກ​ກິ່ງ
2016-10-25 15:45:16  cri 

ການ​ປະ​ກວດ​ນາງ​ແບບ​ແລະ​ນາຍ​ແບບຈີນ​ຄັ້ງ​ທີ 22 ຮອບ​ຊະນະ​ເລີດ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​​ຫວ່າງ​​ບໍ່​ດົນມາ​ນີ້​ໂດຍມີ​ນາງ​ແບບ​​ແລະ​ນາຍແບບ 40 ກວ່າ​ຄົນ​ຈາກ 20 ​ແຂວງ​ແລະ​ເມືອງ​​ໃນ​ທົ່ວ​ປະ​ເທດ​ຈີນ​ເຂົ້າ​ຮ່ວມ​ການ​ປະ​ກວດ​ຢ່າງຄຶກຄັກ ​ຜົນ​ການ​ຕັດສິນ​ປະກົດ​ວ່າ​ແຊ໊ມ​ເປັນ​ຂອງ ທ້າວ​ຫວາງ​ຮ້າວ​ຕົ່ງ ໝາຍ​ເລກ 35 ​ແລະ​ນາງ​ຊຸຍ​ເສິນ​ເສິນ ໝາຍ​ເລກ 16.


ນັບ​​ແຕ່​ການ​ປະ​ກວດ​ນາງ​ແບບ​​ແລະ​ນາຍແບບ​ຈີ​ນຄັ້ງ​ທຳ​ອິດ​ເມື່ອປີ 1995 ​ເປັນ​ຕົ້ນ​ມາ ​​ແລະ​ປີ​ນີ້​ເປັນ​ຄັ້ງ​ທີ 22 ​ແລ້ວ ສາມາດສ້າງ​ນາງ​ແບບ​​ແລະ​ນາຍ​ແບບ​ດີ​ເດັ່ນ​​ໄດ້ຢ່າງ​ຫຼວງຫຼາຍ. ການ​ປະ​ກວດ ​ນາງ​ແບບ​ແລະ​ນາຍ​ແບບ​ຈີນ​ຄັ້ງ​ນີ້ຈັດ​ຂຶ້ນ​ໂດຍ​ການ​ເປັນ​ເຈົ້າພາບ​ຂອງ​ສະມາຄົມ​ຊ່າງ​ອອກ​ແບບ​ເຄື່ອງນຸ່ງ​ຈີນ ​ແລະ​​ຮ່ວມ​ກັນ​ຈັດ​ໂດຍຄະນະ​ກຳມະການ​ນາງ​ແບບ​ນາຍ​ແບບ​ອາຊີບ​ຈີນ​ແລະ​ບໍລິສັດສື່​ວັດທະນະທຳ​ເບັນ​ລີ​ຕົ່ງ​ຟາງ.

1 2 3 4 5 6
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ