ຈັດການ​ສຳ​ມະ​ນາ​ການ​ຮ່ວມ​ມື​ສື່​ມວນ​ຊົນ​ຈີນ-ອາ​ຟຣິກາຢູ່​ປັກ​ກິ່ງ
2016-10-25 16:52:33  cri 
ການ​ສຳ​ມະ​ນາ​ການ​ຮ່ວມ​ມື​ສື່​ມວນ​ຊົນ​ຈີນ-ອາ​ຟຣິກາທີ່​ສຳນັກງານ​ວາລະສານ "ການ​ລົງທຶນ​ຈີນ"​ເປັນ​ເຈົ້າພາບ​ນັ້ນ​ໄດ້​ຈັດ​ຂຶ້ນ​ຢູ່​ປັກກິ່ງ​ໃນ​ວັນ​ທີ 25 ຕຸລາ​ນີ້ ​ໂດຍ​ນັກ​ຂ່າວ,ນັກວິຊາການ,ຫົວ​ໜ້າ​ບໍລິສັດ 30 ທ່ານ​ຈາກ ຈີນ​ແລະ 28 ປະ​ເທດ​ໃນ​ອາ​ຟຣິກາ​ເຂົ້າ​ຮ່ວມ​ເພື່ອ​ລົງ​ເລິກ​ຫາລື​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ລະຫວ່າງ​ສື່​ມ​ວນຊົນ​ຈີນ-ອາ​ຟຣິກາ​ແນວ​ໃດ​ແລະ​ບັນຫາ​ອື່ນໆ.

ທ່ານ​ນາງ​ເຮີ​ເວີຍ​ຜິ​ງ ຫົວໜ້າ​ຫ້ອງ​ຄົ້ນຄວ້າ​ອາ​ຟຣິກກາ​ສະພາ​ບັນ​ດິດວິທະຍາສາດ​ສັງຄົມ​ຈີນ​ກ່າວ​ວ່າ: ​ເວທີ​ແລກປ່ຽນ​ລະຫວ່າງ​ສື່​ມວນ​ຊົນ​ຈີນ-ອາ​ຟຣິກາ​ໄດ້​ກໍ່​ຕັ້ງຂຶ້ນ​ໃນ​ເບື້ອງຕົ້ນ​ແລ້ວ​ໂດຍນັກວິຊາການສື່​ມວນ​ຊົນຈະມີ​ໂອກາດ​ແລກປ່ຽນ​ກັນ​ນັບມື້ຫຼາຍ​ຂຶ້ນ​ແລະສອງ​ຝ່າຍ​ຈະ​ໄດ້ເລີ່​ມຮຽນ​ຮູ້​​ເຂົ້າ​ໃຈ​ກັນ​ດ້ວຍ​ຕາ​ຕົນ​ເອງ​ຫາກ​ບໍ່​ແມ່ນ​ຜ່ານ​ຈາກ​ການ​ບັນຍາຍ​ຂອງ​ຝ່າຍ​ທີ​ສາມ. ຂະນະ​ດຽວ​ກັນ,ສື່​ມວນ​ຊົນ​ຈີນ-ອາ​ຟຣິກາ​ຄວນ​ເພີ່ມ​ຄວາມ​ຖີ່​ໃນ​ການ​ແລກປ່ຽນ​ກັນ​ເພື່ອ​ຮ່ວມ​ກັນ​ຄົ້ນຄວ້າ​ບັນຫາ ທັງ​ພ້ອມ​ກັນ​ມີ​ສ່ວນ​ຮ່ວມ​ໃນ​ການ ​ເກັບ​ກຳ​ຂ່າວ​ຢ່າງ​ເລິກ​ເລິກ​ກ່ຽວ​ກັບ​ບັນຫາ​ຈຸດ​ສຸມ​ເພື່ອ​ເຮັດ​ໃຫ້ການ​ລາຍ​ງານ​ຂ່າວ​ມີ​ຄວາມ​ໜ້າ​ເຊື່ອ​ຖື​ຫຼາຍ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ