ຈີນ​​ສ້າງ​ພະນັກງານ​ຄຸ້ມ​ຄອງ​ທາງ​ລົດ​ໄຟ​ໃຫ້​ລາວ​ຊຸດທຳ​ອິດ
2016-10-25 16:28:23  cri 

ໜ່ວຍ​ງານ​ຝຶກ​ອົບຮົມ​ເຕັກນິກ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ອູ​ຮ້ານ ​ແຂວງ​ຮູ​ເປີ​ຍ ຫຼືເອີ້ນວ່າ "​ໂຮງຮຽນ​ສອນ​ຂັບ​ລົດ​ໄຟ​ຄວາມ​ໄວ​ສູງ" ​ໄດ້​ຮັບ​ພະນັກງານ​ຄຸ້ມ​ຄອງ​ລົດ​ໄຟ​ລາວ​ຊຸດ​ທຳ​ອິດ 22 ຄົນ​ໃນ​ວັນ​ທີ 24 ຕຸລາ​ນີ້ ​ໂດຍ​ຈະຍົກ​ລະດັບຄວາມ​ຮູ້​ກ່ຽວ​ກັບ​ທາງ​ລົດ​ໄຟ​ໃຫ້ພະນັກງານດັ່ງກ່າວ.

ວັນ​ທີ 2 ທັນວາ​ປີຜ່ານມາ, ທາງ​ລົດ​ໄຟ​ຈີນ-ລາວ​ທີ່​ເຊື່ອມ​ຕໍ່​ນະຄອນຫຼວງວຽງ​ຈັນ ສປປ ລາວ ​ແລະ ​ເມືອງ​ຄຸນ​ມິ​ງ​ແຂວງ​ຢຸນນານ ສປ ຈີນ ​ໄລຍະ​ບໍ່​ເຕັນ-ວຽງ​ຈັນ ​ໄດ້​ເລີ່​ມລົງມື​ກໍ່ສ້າງ ​ແລະ​ຄາດ​ວ່າ​ຈະ​ສ້າງ​ສຳ​ເລັດ​​ໃນ​ປີ 2020. ​ເມື່ອ​ຮອດ​ເວລາ​ນັ້ນ ກໍ​ຈະ​ສາມາດ​ຍົກ​ລະດັບ​ແລະ​ປະສິດທິພາບ​ການ​ຂົນ​ສົ່ງ​ຂອງລາວ​ໃຫ້​ສູງ​ຂຶ້ນຢ່າງຫຼວງຫຼາຍ ​ແລະ​ຈະ​ສ້າງ​ຕຳ​ແໜ່​ງວຽກ​ງານ​ຢ່າງຫຼວງຫຼາຍ ທັງ​ຈະ​ຊຸກຍູ້​ການພັດທະນາເສດຖະກິດ-ສັງຄົມ​ລາວ.

​ເພື່ອຍົກ​ລະດັບ​ແລະສ້າງ​ບຸກຄະລາ​ກອນທີ່​ກ່ຽວຂ້ອງ​ໄວ້​ລ່ວງໜ້າ, ລາວ​ໄດ້​ສົ່ງ​ພະນັກງານ​ຄຸ້ມ​ຄອງ​ທາງ​ລົດ​ໄຟ 22 ຄົນມາຍົກ​ລະດັບ​ຢູ່​ໜ່ວຍ​ງານ​ຝຶກ​ອົບຮົມ​ເຕັກນິກ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ອູ​ຮ້ານ ​ແຂວງ​ຮູ​ເປີ​ຍ ສປຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ