ອີຣານຫວັງ​ວ່າ​ສະຫະພາບ​ເອີຣົບຈະ​​ສະໜັບສະໜູນ​ການຈັດ​ສັນ​ຊາວ​ອົບ​ພະຍົບອັຟກາ​ນິສະຖານ​ຢູ່​ປະ​ເທດ​ຕົນຫຼາຍກວ່າ​ເກົ່າ
2016-10-25 16:39:27  cri 

ທ່ານ​ອັບ​ດອນ ​ເຣຊາ ຣາຮ໌ມາ​ນີ ຟັສລີ ລັດຖະມົນຕີ​ກະຊວງ​ພາຍ​ໃນ​ອີຣານ ​ກ່າວ​ໃນ​ການ​ພົບ​ປະ​ກັບ​ທ່ານ​ຄຣິສະ​ໂຕ​ສ ສະຕີ​​ເລຍ​ນີ​ເດັສ ກຳມະການວຽກ​ງານ​ຊ່ວຍ​ເຫຼືອທາງ​ມະນຸດສະທຳ​ແລະຄຸ້ມ​ຄອງວິ​ກິດ​ການ​ຂອງ​ສະຫະພາບ​ເອີຣົບ​ໃນ​ວັນ​ທີ 24 ຕຸລາ​ນີ້ ​ໂດຍ​ຫວັງ​ວ່າ ສະຫະພາບ​ເອີຣົບຈະ​​ສະ​ນັບ​ສະ​ໜູນການຈັດ​ສັນ​ຊາວ​ອົບ​ພະຍົບອັຟກາ​ນິສະຖານຢູ່​ປະ​ເທດ​ຕົນຫຼາຍກວ່າ​ເກົ່າ​.

ທ່ານ​ຟັສລີ ກ່າວ​ຕື່ມ​ວ່າ: ຖ້າວ່າ​ປະຊາ​ຄົມ​ໂລກ​ເກີດ​ຄວາມ​ຜິດພາດ​ໃນ​ການ​ຄຸ້ມ​ຄອງ​ຊາວ​ອົບ​ພະຍົບທີ່ຫຼັ່ງ​ໄຫຼ​ອອກ​​ເຂດ​ດັ່ງກ່າວ​, ຊາວ​ອົບ​ພະຍົບ​ເຫຼົ່ານີ້​ກໍ​ຈະ​ສືບ​ຕໍ່ຫຼັ່ງ​ໄຫຼ​ໄປສູ່​ປະ​ເທດ​ເອີຣົບອີກ.

​​ໃນເດືອນ​ມິຖຸນາ​ປີ​ນີ້, ທ່ານ​ຟິລິບ​ໂປ ​ເກຣນດີ ຂ້າຫຼວງ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ຊາວ​ອົບ​ພະຍົບ ຫຼື UNHCR ​ໄດ້​ດຳ​ເນີນການ​ຢ້ຽມຢາມ​ອີຣານ​ເປັນ​ເວລາ 2 ວັນ ​ແລະ​ໃນ​ໄລຍະ​ຢ້ຽມຢາມ, ທາງ​ການ​ອີຣານກໍ​ໄດ້​ກ່າວ​ຕໍ່​ UNHCR ວ່າ ປະຊາ​ຄົມ​ໂລກ​ສະໜັບສະໜູນ​ປະ​ເທດ​ຕົນໃນ​ການ​ຊ່ວຍ​ເຫຼືອຊາວ​ອົບ​ພະຍົບໜ້ອຍ​ເກີນ​ໄປ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ