ໂຮງຮຽນ​ອົບ​ຮົບ​ຕຳຫຼວດ​​ຂອງ​ປາ​ກີ​ສະຖານ​ຖືກ​ຫຼອນ​ໂຈມ​ຕີ, ຢ່າງ​ໜ້ອຍ​ມີ 59 ຄົນ​ເສຍ​ຊີວິດ
2016-10-25 16:41:01  cri 
ຕອນ​ຄ່ຳ​ວັນ​ທີ 24 ຕຸລາ​ນີ້, ​ໂຮງຮຽນຕຳຫຼວດ​ແຫ່ງ​ໜຶ່ງຂອງ​ເມືອງກຸຍ​ທາແຂວງ​ບາ​​ເຊ​ສຕັນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປາ​ກີ​ສະຖາ​ນ​​ໄດ້ຖືກ​ກຸ່ມ​ປະກອບ​ອາວຸດ​​ຫຼອນ​ໂຈມ​ຕີ, ສົ່ງ​ຜົນ​ເຣັດ​ໃຫ້ຢ່າງ​ໜ້ອຍ 59 ຄົນ​ເສຍຊີວິດ​ແລະ 100 ກວ່າ​ຄົນ​ບາດ​ເຈັບ.

ທ່ານ​ຊາ​ຟາຣັສ ບັກ​ຕີ, ຫົວໜ້າ​ກົມ​ວຽກ​ງານ​ພາຍ​ໃນ​ແຂວງດັ່ງກ່າວ​ເປີດ​ເຜີຍ​ວ່າ, ຜູ້​ປະກອບ​ອາວຸດ​ໄດ້​ຈີ້​​ຕຳຫຼວດ​ແຕ່ 200 ຫາ 250 ຄົນ​ທີ່​ໄປ​ຝຶກ​ອົບ​ຮົມ​ຢູ່​​ໂຮງຮຽນດັ່ງກ່າວ. ຂະນະ​ທີ່ຜູ້​ບາດ​ເຈັບ​ສ່ວນ​ຫຼາຍ​ກະດູກ​ຫັກຫຼັງ​ໂດດ​ອອກ​ຈາກ​ປ່ອງ​ຢ້ຽມ​. ພາຍ​ຫຼັງ​ເກີດ​ການ​ໂຈມ​ຕີ​, ​ເຈົ້າ​ໜ້າ​ທີ່ປັກ​ກັນ​ຄວາມ​ສະຫງົບ​ໄດ້​ປິດ​ລ້ອມ​ໂຮງຮຽນ​ດັ່ງກ່າວ​ແລະ​ໂຈມ​ຕີ​ກຸ່ມ​ປະກອບ​ອາວຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ