ຈີນສຳເລັດວຽກງານຫຼຸດຜ່ອນຄວາມສາມາດການຜະລິດເຫຼັກກ້າແລະຖ່ານຫີນທີ່ເຫຼືອເກີນໄປໄດ້ຫຼາຍກວ່າ 80%
2016-10-25 16:44:37 cri
ວັນທີ 25 ຕຸລານີ້, ທ່ານ ສີຄຸ່ນລິນ ຮອງເລຂາທິການໃຫຍ່ຄະນະກຳມະການ ພັດທະນາແລະປະຕິຮູບແຫ່ງລັດຈີນກ່າວວ່າ, ມາຮອດທ້າຍເດືອນກັນຍາປີນີ້, ຈີນໄດ້ສຳເລັດວຽກງານຫຼຸດຜ່ອນຄວາມສາມາດການຜະລິດເຫຼັກກ້າແລະຖ່ານຫີນທີ່ເຫຼືອເກີນໄປນັ້ນໄດ້ຫຼາຍກວ່າ 80%, ຂະນະທີ່ວິສາຫະກິດຢູ່ບາງທ້ອງຖິ່ນແລະຂອງສູນກາງ ຕ້ອງໄດ້ສຳເລັດໜ້າທີ່ຂອງຕົນໝົດປີນີ້. ແນວໃດກໍດີ, ເມື່ອເບິ່ງຈາກຄວາມໄວໃນປັດຈຸບັນແລ້ວເຫັນວ່າ, ອາດຈະສຳເລັດໜ້າທີ່ກ່ອນເວລາກຳນົດໃນປີ 2016, ໃນນັ້ນ, ໜ້າທີ່ຫຼຸດຜ່ອນຄວາມສາມາດການຜະລິດທີ່ເຫຼືອເກີນໄປໃນຂະແໜງການເຫຼັກກ້າ ອາດຈະສຳເລັດໂດຍພື້ນຖານໃນເດືອນນີ້, ແລະຂະແໜງການຖ່ານຫີນຈະພະຍາຍາມສຳເລັດໃນເດືອນໜ້າ.