ESCAPສະ​ຫຼອງ​ວັນ​ລະນຶກ​ຈີນ​ກັບ​ຄືນ​ສູ່​ສປຊຄົບຮອບ 45 ປີ​ຢ່າງ​ຍິ່ງ​ໃຫຍ່
2016-10-26 10:09:03  cri 
ອົງການ​ເສດຖະກິດ​ສັງຄົມອາຊີ​ປາຊີ​ຟິກສະຫະ​ປະຊາ​ຊາດ​ຫຼືESCAPທີ່​ມີສຳນັກງານ​ໃຫຍ່​ຕັ້ງ​ຢູ່​ນະຄອນຫຼວງ​ບາງກອກ​ປະ​ເທດ​ໄທ​ໄດ້​ຈັດ​ກິດຈະກຳ​ສະ​ເຫຼີ​ມສະຫຼອງ​ວັນ​ລະນຶກ​ຈີນ​ກັບ​ຄືນ​ສູ່​ອົງການ​ສະຫະ​ປະຊາ​ຊາດ​ຄົ​ບຮອບ 45 ປີຢ່າງ​ຍິ່ງ​ໃຫຍ່​ໃນ​ວັນ​ທີ 25 ຕຸລາ​ນີ້​ຢູ່​ບາງກອກ.

​ທ່ານ​ຄາ​ເວ​ເຮີ ຊາ​ເຮ​ດີ ຮອງ​ເລຂາທິການບໍລິຫານ​ງານESCAPກ່າວ​​ໃນ​ພິທີ​ດັ່ງກ່າວວ່າ: ວັນທີ 25 ຕຸລາ ປີ1971, ສະມັດຊາ​ໃຫຍ່​ອົງກາ​ນສະຫະ​ປະຊາ​ຊາດ​ສະ​ໄໝ​ທີ 26 ​ໄດ້​ຮັບຮອງ​ເອົາ​ມະຕິ​ເລກທີ 2758​ໂດຍ​ຕົກລົງ​ຟື້ນ​ຟູ​ບ່ອນ​ນັ່ງທີ່​ຊອບ​ດ້ວຍ​ກົດໝາຍ​ຂອງ​ ສປ ຈີນຢູ່​ອົງການ​ສະຫະ​ປະຊາ​ຊາດ ​ເຊິ່ງ​ເປັນ​ຂໍ້​ຕົກລົງທີ່​ມີ​ຄວາມ​ໝາຍ​ເລິກ​ເຊິ່ງຍາວ​ໄກ​ທາງ​ປະ​ຫວັດ​ສາດ​. ຕະຫຼອດ​ໄລຍະ 45 ປີຜ່ານມາ, ຈີນ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ຂອງ​ອົງການ​ສະຫະປະຊາ​ຊາດ​ຢ່າງຮອບດ້ານ ​ໂດຍ​​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະ​ຖຽນລະ​ພາບ​ຂອງ​ໂລກ.

ວັນດຽວ​ກັນ,ຜູ້ຕາງໜ້າ​ຄະນະ​ທູດ​ຂອງ​ບັນດາ​ປະ​ເທດ​ປະຈຳESCAP​ພ້ອມ​ດ້ວຍ​ເອກ​ອັກຄະ​ລັດຖະທູດ​ຂອງ​ຫຼາຍ​ປະ​ເທດ​ປະຈຳ​ໄທ​ຮ້ອຍ​ກວ່າ​ທ່ານ​ໄດ້​ເຂົ້າ​ຮ່ວມ​ກິດຈະກຳ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ