ຊ່ຽວຊານ​ຫວຽດນາມ​ຕີ​ລາຄາທາງ​ບວກ​ຕໍ່​ສະພາບ​ສາຍ​ພົວພັນ​ຫວຽດນາມ-ຈີນ​ໃນ​ປັດຈຸບັນ
2016-10-26 15:26:34  cri 
ວັນ​ທີ 25 ຕຸລາ​ນີ້, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ​ຈີ່​ມິງ​ຫວຽດນາມ​ໄດ້​ຈັດການ​ສຳ​ມະ​ນາ​ "ສາຍ​ພົວພັນ​ຫວຽດນາມ-ຈີນ: ສະພາບ​ປັດຈຸບັນ​ກັບ​ບັນຫາ​ທີ່​ລໍຖ້າ​ການແກ້​ໄຂ​ຢ່າງ​ເລັ່ງດ່ວນ"ຢູ່​ນະຄອນຫຼວງ​​ຮ່າ​ໂນ້ຍ​ ​ໂດຍ​ຜູ້​ຊ່ຽວຊານ​ທີ່​​ຮ່ວມ​ສຳ​ມະ​ນາ​ໄດ້​ຕີ​ລາຄາ​ທາງ​ບວກ​ຕໍ່​ສະພາບ​ການ​ຂະຫຍາຍຕົວ​ຂອງ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປັດຈຸບັນທັງ​ຢືນຢັນ​ວ່າ: ພາຍຫຼັງ​ສາຍ​ພົວພັນ​ຫວຽດນາມ-ຈີນ​ຫັນ​ເປັນ​ປົກ​ກະຕິ​ແລ້​ວ, ສອງ​ປະ​ເທດ​ໄດ້​ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ແລະ​ສິ່ງ​ທ້າ​ທາຍ​ຕ່າງໆ​ແລະ​ໄດ້​ບັນລຸ​ການ​ພັດທະນາ​ຢ່າງ​ມີ​ຊີວິດ​ຊີວາ​ໃນ​ຫຼາຍ​ຂົງ​ເຂດ. ນອກຈາກ​ການ​ແລກປ່ຽນ​ຢ້ຽມຢາມ​​ແລະ​ຕິດ​ຕໍ່​ພົວພັນກັນລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ແລ້ວ, ສອງ​ຝ່າຍ​ຍັງ​ໄດ້​ຮັກສາ​ການ​ແລກປ່ຽນ​ຢ້ຽມ​ຢາມ​ກັນ​ລະ​ຫວ່າງ​ຄະນະ​ຜູ້​ແທນຂັ້ນ​ຕ່າງໆ ທັງ​ໄດ້​ສ້າງ​ຕັ້ງ​ກົນ​ໄກ​ຮ່ວມ​ມື​ແລະ​ແລກປ່ຽນ​ຂັ້ນ​ຕ່າງໆ​ຂອງ​ສອງ​ພັກ ​ແລະ​ຈັດການ​ສຳ​ມະ​ນາ​ກ່ຽວ​ກັບ​ທິດ​ສະ​ດີ​ແລະ​ບົດຮຽນ​ການ​ກໍ່ສ້າງ​ພັກ, ການ​ບໍລິຫານ​ປະ​ເທດ​ແລະ​ອື່ນໆຂະນະ​ທີ່ຊາວ​ໜຸ່ມ​ຂອງ​ສອງ​ປະ​ເທດ​ກໍ​ໄດ້​ຈັດ​ກິດຈະກຳ​ແລກປ່ຽນ​ໃນ​ແຕ່ລະ​ປີ​ເຊັ່ນ​ກັນ.

ຜູ້​ແທນ​ທີ່​ຮ່ວມ​ການ​ສຳ​ມະ​ນາ​ຍັງ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ​ຕໍ່ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ພັກ-ລັດ​ຫວຽດນາມ​ກ່ຽວ​ກັບ​ການ​ເພີ່ມທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຕົວ​ຈິງ​ແລະ​ຫຼາຍ​ດ້ານ​ທັງ​ຄວບ​ຄຸມ​ຂໍ້​ຂັດ​ແຍ້​ງຢ່າງ​ມີ​ປະສິດທິ​ຜົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ