ກອງ​ປະຊຸມ​ປຶກສາ​ຫາລື​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ລະດັບ​ຮອງ​ລັດຖະມົນຕີ​ຕ່າງປະ​ເທດ​ ຈີນ-ອາ​ເມ​ລິ​ກາຄັ້ງທີ 3 ຈັດ​ຂຶ້ນຢູ່​ອາ​ເມ​ລິ​ກາ
2016-10-26 11:02:31  cri 

ກອງ​ປະຊຸມ​ປຶກສາ​ຫາລື​ການ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ລະດັບ​ຮອງ​ລັດຖະມົນຕີຈີນ-ອາ​ເມ​ລິ​ກາຄັ້ງທີ 3 ​ແລະ ການ​ສຳ​ມະ​ນາ​ບັນຫາ​ການ​ສະກັດ​ກັ້ນ​ເຄື່ອງລະ​ເບີດ​ແບບ​ງ່າຍດາຍ​ຈີນ-ອາ​ເມ​ລິ​ກາ​ຄັ້ງທີ 2 ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງວໍ​ຊິງ​ຕັນ​ໃນ​ວັນ​ທີ 25 ຕຸລາ​ນີ້. ຂະນະ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ຢືນຢັນ​ໃນ​ມື້​ດຽວ​ກັນ​ວ່າ ຍິນ​ດີ​ເປີດ​ກວ້າງ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ.

​ໃນ​ວັນ​ດັ່ງກ່າວ, ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ອອກ​ຖະ​ແຫຼງການ​ວ່າ: ການ​ປຶກສາ​ຫາລື​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ລະດັບ​ຮອງ​ລັດຖະມົນຕີ​ຈີນ-ອາ​ເມ​ລິ​ກາ​ຄັ້ງນີ້​ແນ​ໃສ່ເພີ່ມ​ທະວີ​ການ​ປະສານ​ງານ​ລະຫວ່າງ​ສອງ​ປະ​ເທດ​ໃນ​ບັນຫາ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ ​ໂດຍຫົວ​ຂໍ້​ປຶກສາ​ຫາລື​ລວມມີ​ໄພ​ຂົ່ມຂູ່​ຈາກ​ລັດທິ​ກໍ່​ການ​ຮ້າຍ​ໃນ​ພາກ​ພື້ນ, ຄວາມ​ປອດ​ໄພ​ທາງການບິນ, ການຮ່ວມ​ຊົມ​ໃຊ້​ຂໍ້​ມູນ​ຂ່າວສານ, ຄວາມ​ໝັ້ນຄົງ​ຕາມ​ຊາຍ​ແດນ, ການ​ປົກ​ປັກ​ຮັກສາ​ສິດທິ​ມະນຸດ, ການ​ສະກັດ​ກັ້ນລັດທິ​ຫົວ​ຮຸນ​ແຮງ ​ແລະ​ອື່ນໆ.

ຖະ​ແຫຼງການ​ຍັງ​ລະບຸ​ວ່າ: ອາ​ເມ​ລິ​ກາ​ຫວັງ​ວ່າ​ຈະ​ເພີ່ມ​ທະວີ​ການ​ປຶກສາ​ຫາລື​ກັບ​ຈີນ​ຢ່າງ​ຕໍ່​ເນື່ອງ​ໃນ​ການ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ ທັງ​ເປີດ​ກວ້າງ​ແລະລົງ​ເລິ​ກການ​ຮ່ວມ​ມື​ຕ້ານ​ລັດທິ​ກໍ່​ການ​ຮ້າຍລະຫວ່າງ​ສອງ​ປະ​ເທດຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ