ຈີນ​ເຜີຍ​ແຜ່​ແຜນ​ແມ່​ບົດ "ສຸຂະພາບຈີນ 2030"
2016-10-26 15:35:01  cri 

ສູນກາງພັກກອມມູນິດຈີນ ແລະ ລັດຖະບານຈີນ ໄດ້ເຜີຍແຜ່ແຜນແມ່ບົດ "ສຸຂະພາບຈີນ 2030" ຫວ່າງມໍ່ໆມານີ້ ໂດຍໄດ້ກຳນົດເປົ້າໝາຍການກໍ່ສ້າງ​ຈີນ​ສຸຂະພາບ​ຢ່າງ​ຈະ​ແຈ້ງ ຄື ເມື່ອຮອດປີ 2020, ຈະສຳເລັດການສ້າງລະບຽບ​ການ​ປິ່ນປົວ​ສາທາລະນະ​ສຸກຂັ້ນພື້ນຖານ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ແລະ​ກວມ​ເອົາ​ຕົວ​ເມືອງ​ແລະ​ຊົນນະບົດ, ລະດັບ​ສຸຂະພາບ​​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ, ລະບົບ​ບໍລິການ​ສຸຂະພາບ​ມີ​ຄວາມ​ສົມບູນ​ແລະ​ມີ​ປະສິດທິພາບ, ໝົດ​ທຸກ​ຄົນ​ສາມາດ​ຊົມ​ໃຊ້​ການ​ບໍລິການ​ການ​ປິ່ນປົວ​ສາທາລະນະ​ສຸກຂັ້ນພື້ນຖານ​ແລະ​ການ​ບໍລິການການຫຼິ້ນກິລາ​ເສີມ​ສ້າງ​ຮ່າງກາຍ​ໃຫ້​ແຂງ​​ແຮງ​ຂັ້ນພື້ນຖານ, ສ້າງ​ໃຫ້​ເປັນ​​ຂະ​ແໜງການ​ສຸຂະພາບ​ທີ່​ມີ​ເນື້ອ​ໃນ​ສົມບູນ​ແລະມີ​ອົງ​ປະກອບ​ສົມ​ເຫດ​ສົມ​ຜົນ ​ແລະ​ຕົວ​ເລກດັດຊະນີ​ສຸຂະພາບ​ທີ່​ສຳຄັນຢູ່​ແຖວ​ໜ້າ​​ໃນ​ຈຳນວນປະ​ເທດທີ່​ມີ​ລາຍ​ຮັບ​ປານ​ກາງ​ແລະ​ອ່າວສູງ.

​ແຜນ​ແມ່​ບົດ​ລະບຸ​ວ່າ: ​ເມື່ອ​ຮອດ​ປີ 2030, ຕົວ​ເລກ​ດັດຊະນີ​ສຸຂະພາບ​ທີ່​ສຳຄັນ​ຂອງ​ຈີນ​ຈະ​ຕ້ອງ​ເຂົ້າສູ່​ຖັນ​ແຖວ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ສູງ, ອາຍຸ​ຍືນ​ສະ​ເລ່ຍຂອງ​ຄົນ​ຕ້ອງ​ໃຫ້​ເພີ່ມ​ຂຶ້ນອີກ 3 ປີ​​ເປັນ 79 ປີເມື່ອ​ທຽບ​ໃສ່​ປັດຈຸບັນ ​ແລະ​ເມື່ອ​ຮອດ​ປີ 2050, ຈະ​ສ້າງ​ໃຫ້​ເປັນ​ປະ​ເທດ​ສຸຂະພາບ​ທີ່​ແທດ​ເໝາະ​ກັບປະ​ເທດ​ສັງຄົມ​ນິຍົມ​ທີ່​ທັນ​ສະ​ໄໝ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ