ຄວາມ​ຄືບ​ໜ້າການ​ກະກຽມ​ເວທີ​ປຶກສາ​ຫາລື​ການ​ພັດທະນາ​ໂດຍ​ສັນຕິ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​
2016-10-26 16:21:09  cri 

​ທ່ານ​ອານ​ເຟິງຊານ ​ໂຄສົກ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ລັດຖະບານ​ຈີນ ກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ຕຸລາ​ນີ້​ວ່າ: ວຽກ​ງານ​ກະກຽມ​ເວທີ​ປຶກສາ​ຫາລື​ການ​ພັດທະນາ​ໂດຍ​ສັນຕິ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ທີ່​ຈະ​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ​​ແຕ່​ວັນ​ທີ 2-3 ພະຈິກ​ໜ້າ​ນີ້ ​ມີ​ຄວາມ​ຄືບ​ໜ້າ​ເປັນ​ຢ່າງ​ດີ ​ໂດຍ​ເວທີ​ປຶກສາ​ຫາລື​ຄັ້ງນີ້​ແມ່ນ​ອົງການຈັດຕັ້ງທາງ​ສັງຄົມ 20 ​ແຫ່ງຂອງ​ສອງ​ຝັ່ງ​ຮ່ວມ​ຈັດ​ຂຶ້ນ. ຂະນະ​ທີ່​ແຂກ​ຮ່ວມ​ປະຊຸມ​ຝ່າຍ​ໄຕ້​ຫວັນ​ໃຫ້​ໜ່ວຍ​ຈັດ​ເວທີ​ປຶກສາ​ຫາລືໄຕ້​ຫວັນ​ເປັນ​ຜູ້​ຮັບຜິດຊອບ.

ມາ​ຮອດ​ປັດຈຸບັນ, ມີ​ຫົວ​ກະທິ​ຈາກວົງ​ການ​ຕ່າງໆ ​ແລະ ຜູ້​ຮັບຜິດຊອບ​ອົງການ​ຈັດຕັ້ງທາງ​ສັງຄົມ ​ຂອງ​ສອງ​ຝັ່ງ 240 ກວ່າທ່ານ​ສະ​ເໜີ​​ເຂົ້າຮ່ວມ​ເວທີ​ປຶກສາ​ຫາລື ​ແລະ ນັກ​ຂ່າວ 280 ກວ່າ​ຄົນສະ​ເໜີ​ເຂົ້າ​ເກັບ​ກຳຂ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ