ກອງ​ປະຊຸມ​ແມ່​ນ້ຳຂອງ​ຂອງ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກຄັ້ງ​ທຳ​ອິດ​ໄຂ​ຂຶ້ນ​ຢູ່​ຫວຽດນາມ
2016-10-26 16:39:51  cri 
ຕອນ​ບ່າຍ​ວັນ​ທີ 25 ຕຸລາ​ນີ້, ກອງ​ປະຊຸມ​ແມ່​ນ້ຳຂອງຂອງເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ຄັ້ງ​ທຳ​ອິດ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ຮາ​ໂນ້ຍ ສສ ​ຫວຽດນາມ, ​ໂດຍ​ມີຜູ້ນຳ, ລັດຖະມົນຕີ​ກະຊວງ​ການ​ເງິນ, ນັກທຸລະກິດ​ແລະ​ນັກວິຊາການ​ປະມານ 200 ທ່ານ​ໃນ​ປະ​ເທດ​ອະນຸພາກພື້ນ​ແມ່​ນ້ຳຂອງ​ເຂົ້າ​ຮ່ວມ​.

ຫົວ​ຂໍ້​ຕົ້ນ​ຕໍ​ຂອງ​ກອງ​ປະຊຸມ​ດັ່ງກ່າວ​ແມ່ນ "ຊຸກຍູ້​ການ​ພັດທະນາ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ: ​ເພີ່ມ​ການ​ລົງທຶນ​ຕໍ່​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ຊັບພະຍາກອນມະນຸດແລະການ​​ເຊື່ອມ​ຈອດ​ກັນ." ​ເວທີ​ປຶກສາ​ຫາລື​ເທື່ອ​ນີ້​ຈະ​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື 5 ຄັ້ງ, ຈະ​ປຶ​ກສາ​ຫາລືກ່ຽວ​ກັບ​ການ​ພັດທະນາ​ຂອງ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ແລະ​ບັນຫາ​ທີ່​ກ່ຽວຂ້ອງ​ຂອງ​ຂະ​ບວນການ​ ​ເຊື່ອມ​ໂຍງ​ເຂົ້າກັນຂອງ​ພາກ​ພື້ນ​ເປັນ​ຕົ້ນ,  ​ວິ​ໄສ​ທັດ​ແລະ​ທິດ​ທາງ​ພັດທະນາ​ຂອງ​ອະນຸພາກພື້ນ​ແມ່​ນ້ຳຂອງ, ກະກຽມເງິນ​ທຶນ​ເພື່ອ​ຊຸກຍູ້​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ​ເຮັດ​ໃຫ້ການ​ຄ້າ, ການລົງທຶນ​ແລະ​ການທ່ອງທ່ຽວ​ມີ​ຄວາມສະດວກ​ກວ່າ​ເກົ່າ, ​ເລັ່ງ​ໃຫ້ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ຫັນ​ເປັນ​ອຸດສາຫະກຳ​ແລະ​ພັດທະນາ​ແບບ​ຍືນ​ຍົງ.

ກອງ​ປະຊຸມ​ແມ່​ນ້ຳຂອງ​ຂອງ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ແມ່ນ​ການ​ລິ​ເລີ່​ມຈັດ​ຂຶ້ນຂອງ ສສ ຫວຽດນາມ, ​ແລະ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະ​ເທດ​ຕ່າງໆ​ຂອງ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ. ທ່ານ​ຫງວຽນ​ຊວນ​ຟຸກ ນາຍົກລັດຖະມົນຕີຫວຽດນາມ, ທ່ານ​ຮຸນ​ແຊນ, ນາຍົກລັດຖະມົນຕີກຳປູ​ເຈຍ, ທ່ານ​ທອງລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີລາວ​ແລະ​ທ່າ​ນສົມ​ຄິດ ຈະຕຸສີ​ພິທັກ ຮອງ​ນາຍົກລັດຖະມົນຕີ​ໄທ​​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ