ຈີນ​ກ່າວ​ວ່າ​ຍີ່ປຸ່ນ​ຄວນ​ປະຕິບັດ​​ຢ່າງ​ຖືກຕ້ອງ​ແລະ​ທົບ​ທວນຄືນ​ໂທດ​ກຳ​ກ່ຽວ​ກັບ​ນາງ​ບຳ​ເລີ​ໃນ​ກອງ​ທະຫານ
2016-10-26 16:25:26  cri 
    ວັນ​ທີ 22 ຕຸລາ​ນີ້, ຫໍພິພິດທະພັນ​ປະຫວັດສາດ​ນາງ​ບຳ​ເລີ​ໃນ​ກອງ​ທະຫານ​ຢູ່​ມະຫາວິທະຍາ​ໄລ​ສ້າງ​ຄູ​ຊຽງ​ໄຮ ​ໄດ້​ເປີດ​ບໍລິການ ​ແລະ​ໄດ້​ຈັດ​ພິທີ​ສະຫຼຸບຜົນສຳ​ເລັດການ​​ແກະສະຫຼັກນາງ​ບຳ​ເລີ​ສອງ​ຮູບ. ຕໍ່​ເລື່ອງ​ນີ້, ທ່ານ ​ໂຢຊີ​ຮີ​ເດ ຊູ​ກາ ​ເລຂາທິການ​ລັດຖະບານ​ຍີ່ປຸ່ນ​ກ່າວ​​ໃນ​ວັນ​ທີ 24 ຕຸລາ​ນີ້​ວ່າ, ຍີ່ປຸ່ນ​ເຫັນ​ວ່າ, ບໍ່​ຄວນ​ເລັງ​ສາຍຕາ​ໃສ່​ປະຫວັດສາດ​ທີ່ອັບ​ປະ​ມຸງຄຸນໃນ​ເມື່ອ​ກ່ອນຫຼາຍ​ເກີນ​ໄປ, ຫາກ​ຄວນ​ຮັບ​ມື​ກັບ​ບັນຫາ​​ທີ່​ປະຊາ​ຄົມ​ໂລກ​ຜະ​ເຊີນ​ດ້ວຍ​ທ່າ​ທາງ​ທີ່​ຫັນ​ໜ້າ​ສູ່​ອະນາຄົດຮ່ວມ​ກັນ.

    ຕໍ່​ຖ້ອຍ​ຄວາມ​ດັ່ງກ່າວ​ຂອງ​ເຈົ້າໜ້າ​ທີ່​ຍີ່ປຸ່ນ, ທ່ານ ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ວັນ​ທີ 25 ຕຸລາ​ນີ້​ວ່າ, ຍີ່ປຸ່ນ​ຄວນ​ປະຕິບັດ​ຢ່າງ​ຖືກຕ້ອງ​ແລະ​ທົບ​ທວນຄືນ​ໂທດ​ກຳອັນ​ໜັກໜ່ວງຂອງ​ລັດທິ​ຂຸນ​ເສິກ​ຍີ່ປຸ່ນ​ໃນ​ສົງຄາມ​ຮຸກ​ຮານ​ຕ່າງປະ​ເທດ​ ​ເພື່ອ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ປະ​ເທດ​ອ້ອມ​ຂ້າງ​ໃນ​ອາຊີ​ແລະ​ປະຊາ​ຄົມ​ໂລກ​ດ້ວຍ​ການ​ກະທຳ​ຕົວ​ຈິງ.

    ທ່ານ ລູ້​ຄ່າງ ກ່າວ​ຕື່ມ​ວ່າ, ຫວັງ​​ໃຫ້ບຸກຄົນ ​ດ້ານ​ການ​ເມືອງ​​ທີ່​ສຳຄັນຂອງ​ຍີ່ປຸ່ນ ​ໄປ​ເບິ່ງ​ອະນຸສາ​ວະລີ​ຊາວ​ຢິວທີ່​ຖືກ​ສັງຫານ​ຂອງ​ເອີຣົບທີ່​ເຢຍລະ​ມັນ​ສ້າງ​ຂຶ້ນຢູ່​ນະຄອນຫຼວງ​ແບກ​ແລງ, ຖ້າ​ຫາກ​ວ່າ​ສາມາດ ​ແກະສະຫຼັກ​ຮູບທອງ​ຂອງ​ນາງ​ບຳ​ເລີ​ຢູ່​ນະຄອນຫຼວງ​ໂຕ​ກຽວ​ແລ້ວ ອາດ​ຈະ​ຊ່ວຍ​ໃຫ້​ຍີ່ປຸ່ນ​ປ່ອຍປະ​ສິ່ງມົວ​ໝອງ​ທາງ​ປະຫວັດສາດ ​ແລະ​ມີ​ຜົນ​ດີ​ຕໍ່​ການ​ໄດ້​ຮັບ​ການ​ອະ​ໄພ​ຈາກ​ປະ​ເທດ​ອ້ອມ​ຂ້າງ​ໃນ​ອາຊີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ