ສະຫະພັນ​ແມ່ຍິງຟິລິບ​ປິນ​ເລັ່ງທວງ​ໃຫ້​ຍີ່ປຸ່ນ​ປະຕິບັດ​ຕໍ່​ປະຫວັດສາດ​ຢ່າງ​ຖືກຕ້ອງ
2016-10-26 16:49:48  cri 
    ວັນ​ທີ 25 ຕຸລາ​ນີ້, ສະຫະພັນ​ແມ່ຍິງ​ຟິລິບ​ປິນ ​ເຊິ່ງ​ເປັນ​ອົງການ​ຈັດຕັ້ງທີ່​ປົກ​ປັກ​ຮັກສາ​ສິດ​ຂອງ​ນາງ​ບຳ​ເລີ​ໃນ​ກອງ​ທະຫານ​ຂອງ​ຟິລິ​ບປິນ ​​ໄດ້ເລັ່ງທວງ​ໃຫ້​ລັດຖະບານ​ຍີ່ປຸ່ນ ຈົ່ງ​ປະຕິບັດ​ຕໍ່​ປະຫວັດ​ການ​ບັງຄັບ​ເອົາ​ຜູ້ຍິງ​ເປັນນາງ​ບຳ​ເລີ​ໃນ​ໄລຍະ​ຍຶດຄອງ​ຟິລິ​ບປິນ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ 2 ພ້ອມ​ທັງ​ໄຊ້​ແທນ​​ຜູ້​ປະສົບ​ເຄາະ​ຮ້າຍ.

    ທ່ານນາງ​ ເຣຊິວ​ດາ ​ແອກ​ສ໌​ເຕຣມາ​ດູຣາ ຫົວໜ້າ​ບໍລິຫານ​ງານ​ຂອງ​ສະຫະພັນ​ແມ່ຍິງ​ຟິລິບ​ປິນ ອອກ​ຖະ​ແຫຼງການ​ວ່າ, ວັນ​ທີ 25 ຕຸລາ​ນີ້, ທ່ານ​ປະທານ​າທິບໍດີ​ດູ​ເຕີ​ເຕຈະ​ຢ້ຽ​ມຢາມ​ຍີ່ປຸ່ນ, ອົງການ​ຕົນ​ໄດ້​ຮຽກຮ້ອງ​ໃຫ້​ປະທານາທິບໍດີ​ທັກ​ທ້ວງ​ຕໍ່​ລັດຖະບານ​ຍີ່ປຸ່ນ​ກ່ຽວ​ກັບ​ບັນຫາ​ນາງ​ບຳ​ເລີ​ຂອງ​ຟິລິບ​ປິນ​ໃນ​ໄລຍະ​ຢ້ຽມຢາມປະ​ເທດ​ດັ່ງກ່າວ ​ແລະທ່ານ ດູ​ເຕີ​ເຕ ຕ້ອງ​ໄດ້​ຮັບ​ຄຳ​ຕອບ​ກ່ຽວ​ກັບ​ບັນຫາ​ນາງ​ບຳ​ເລີ​ຂອງ​ປະ​ເທດ​ຕົນ​ຈາກ​ຍີ່ປຸ່ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ