ໂຮງຮຽນ​ລຽວ​ໂຕ​ຈັດ​ພິທີ​ປິດ "ສວນ​ແຫ່ງ​ວັດທະນະທຳຈີນ 2016: ຄ້າຍ​ວຽງ​ຈັນ​ລາວ"
2016-10-26 16:54:47  cri 
    ພິທີ​ປິດ "ສວນ​ແຫ່ງ​ວັດທະນະທຳ​ຈີນ 2016: ຄ້າຍ​ວຽງ​ຈັນ​ລາວ" ພ້ອມ​ດ້ວຍ​ການສະ​ແດງ​ຜົນ ​ໄດ້​ຈັດ​ຂຶ້ນຢູ່​ໂຮງຮຽນ​ລຽວ​ໂຕ​ນະຄອນຫຼວງຈຽງ​ຈັນ ສປປ ລາວ​ໃນ​ວັນ​ທີ 26 ຕຸລາ​ນີ້ ​ໂດຍທ່ານ ​ໂລ​ຈື້ສຽງ ຫົວໜ້າ​ພະ​ແນ​ກກົງສຸນ​ສະຖານທູດ​ຈີນ​ປະຈຳ​ລາວ, ທ່ານ ​ເຊ້ສຽວ​ຮວາ ຫົວໜ້າ​ສູນວັດທະນະທຳ​ຈີນ​ປະຈຳລາວ, ທ່ານ ສຸທາ​ນີ ​ໄຊ​ຍະ​ສານ ຮອງ​ຫົວໜ້າ​ພະ​ແນ​ກ​ສຶກສາ​ທິການແລະ​ກິລາ​ນະຄອນຫຼວງວຽງ​ຈັນ ພ້ອມ​ດ້ວຍ​ຄູ​ແລະ​ນັກຮຽນໂຮງຮຽນ​ດັ່ງກ່າວ ​ໄດ້​ເຂົ້າຮ່ວມ.

    ໃນ​ກິດຈະກຳ​ດັ່ງກ່າວ, ບັນດາ​ຄູ​ອາຈານ​ຂອງ​ຄ້າຍ​ວຽງ​ຈັນ ​ໄດ້​ນຳພາ​ນັກ​ຮຽນ​ໂຮງຮຽນ​ລຽວ​ໂຕ​ສະ​ແດງ​​ສິລະປະ​ວັນ​ນະ​ຄະດີ ​ແລະ​ວັດທະນະທຳ​ທີ່​ມີ​ສະ​ເໜ​ແລະ​ອຸດົມສົມບູນຂອງ​ຈີນ ​ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ຜົນ​ຂອງການ​ຕັ້ງ​ຄ້າຍ​ໃນ​ໄລຍະ 10 ມື້."ສວນວັດທະນະທຳ​ຈີນ 2016: ຄ້າຍ​ວຽງ​ຈັນ​ລາວ" ອຸປະຖຳໂດຍ​ຫ້ອງການ​ວຽກ​ງານ​ຊາວ​ຈີນ​ຕ່າງ​ດ້າວ​ລັດຖະບານ​ຈີນ ​ແລະ​ຈັດໂດຍຫ້ອງການ​ວຽກ​ງານ​ຊາວ​ຈີນ​ຕ່າງ​ດ້າວ​ອົງການ​ປົກຄອງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈວ້າງ​ກວາງຊີ, ສະພາ​ການ​ຄ້າ​ນະຄອນຫຼວງວຽງ​ຈັນ ​ແລະ​​ໂຮງຮຽນ​ລຽວ​ໂຕ​ສປປ​ລາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ