ໃນໂອກາດທີ່ກອງປະຊຸມອິນເຕີເນັດໂລກຄັ້ງທີ 3 ຈະຈັດຂຶ້ນຢູ່ອູເຈິ້ນ ເມືອງທົງຊຽງ ແຂວງເຈີ້ຈ່ຽງແຕ່ວັນທີ 16-18 ພະຈິກໜ້ານີ້, ສູນປະຊຸມແລະວາງສະແດງສາກົນອິນເຕີເນັດອູເຈີ້ນ ເຊິ່ງເປັນສະຖານທີ່ຖາວອນໃນການຈັດກອງປະຊຸມອິນເຕີເນັດໂລກໄດ້ສຳເລັດການກໍ່ສ້າງແລ້ວຂະນະທີ່ການຕົບແຕ່ງແລະການອຳນວຍຄວາມສະດວກຕ່າງໆເປັນຕົ້ນດອກໄຟ,ເຄືອຂ່າຍອິນເຕີເນັດກໍໄດ້ຕິດຕັ້ງແລະສຳເລັດການທົດລອງຮຽບຮ້ອຍແລ້ວເພື່ອ ຮັບໃຊ້ພິທີເປີດກອງປະຊຸມອິນເຕີເນັດໂລກຄັ້ງນີ້.