ທະນາຄາ​ນລົງທຶນພື້ນຖານ​ໂຄງ​ລ່າງ​ອາຊີ​ຈະ​ຊຸກຍູ້​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໃນມຽນມາ
2016-10-27 16:51:24  cri 
ວັນ​ທີ 25 ຕຸລາ​ນີ້, ທ່ານ​ຈິ່ນລີ້​ສຸນ ຜູ້​ວ່າການ​ທະນາຄານ​ລົງທຶນ​ພື້ນຖານ​​ໂຄງ​ລ່າງ​ອາຊີ​ກ່າວ​ຢູ່​ນະຄອນຫຼວງ​​​ເນ​ປີ​ດໍ​ຂອງ​ມຽນມາ​ວ່າ, ທະນາຄານ​ຂອງ​ຕົນ​ພວມ​ສະ​ແຫວ​ງຫາ​ການຊຸກຍູ້​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໃນ​ມຽນມາ, ​ແລະ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ມຽນມາ.

ວັນ​ທີ 25 ຕຸລາ​ນີ້, ຫຼັງທ່ານ​ຈິ່ນລີ້​ສຸນ​ໄດ້ຫາລືກັບ​ທ່ານ​ນາງ​ອອງຊານ​ຊູ​ຈີ ທີ່​ປຶກສາ​ແຫ່ງ​ລັດ​ມຽນມາ​ປະມານ​ໜຶ່ງ​ຊົ່ວ​ໂມງ, ​ກໍ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​​ຈີນ​ແລະ​ມຽນມາ​, ທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ​ຈະ​ພະຍາຍາມ​ຊ່ວຍ​ເຫຼືອ​ມຽນມາ​ພັດທະນາ​ເສດ​ຖະກິດ, ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ມຽນມາ​ໃຫ້​ດີ​ຂຶ້ນ. ການ​ສະໜອງ​ພະລັງ​ໄຟຟ້າ​ແມ່ນ​ປັດ​ໄຈ​ສຳຄັນ​ທີ່ຖ່ວງ​ດັງ​ການ​ພັດທະນາ​ເສດຖະກິດ​ມຽນມາ, ຈາກ​ນີ້, ທະນາຄານຕົນຈະ​ຮ່ວມ​ກັບ​ບໍລິສັດ​ການ​ເງິນ​ສາກົນ, ທະນາຄານ​ພັດທະນາ​ອາຊີ​ສະໜອງ​ເງິນ​ກູ້​ໃຫ້​ແກ່​ມຽນມາ​ເພື່ອ​ສ້າງ​​ໂຮງ​ງານຜະລິດ​ໄຟຟ້າ​ດ້ວຍ​ອາຍ​ແກັສທຳ​ມະ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ