ເປີດ​ງານ​ຮູບ​ເງົາ​ສາກົນ​ຈີນ-ອົສຕຣາລີ​ຄັ້ງ​ທີ 3 ຢູ່​ຊິດ​ນີ
2016-10-28 11:24:52  cri 

ງານ​ຮູບ​ເງົາ​ສາກົນ​ຈີນ-ອົສຕຣາລີ​ຄັ້ງ​ທີ 3 ​ໄດ້​ໄຂ​ຂຶ້ນ​ຢູ່​​ຫໍ​ບັນ​ເລງ​ດົນຕີ​​ເມືອງ​ຊິດ​ນີ ປະ​ເທດ​ອົສຕຣາລີ​ໃນ​ຄືນ​ວັນ​ທີ 27 ຕຸລາ​ນີ້​ໂດຍນັກວິຊາ​ການ​ຂະ​ແໜງ​ການ​ຮູບ​ເງົາ,ຜູ້ຕາງໜ້າບໍລິສັດ​ຮູບ​ເງົາ​ແລະ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຂອງ​ສອງ​ປະ​ເທດ​ເຂົ້າຮ່ວມ​.

ງານ​ຮູບ​ເງົາ​ສາກົນ​ຈີນ-ອົສຕຣາລີ​​ເປັນ​ງານ​ ​ລະດັບ​ສູງ​ສຸດລະຫວ່າງ​ສອງ​ປະ​ເທດ​ຈີນ-ອົສຕຣາລີ​ໂດຍ​ພະ​ແນ​ກຮູບ​ເງົາ​ຂອງ​ກົມ​ຖະ​ແຫຼງຂ່າວ,ການ​ພິມ​ຈຳໜ່າຍ,ວິທະຍຸ ຮູບ​ເງົາ​ແລະ​ໂທລະພາບ​ແຫ່ງ​ຊາດ​ຈີນ​ແລະ​ກຸ່ມ​ບໍລິສັດ Austway ສາກົນ​ອົສຕຣາລີ​ຮ່ວມ​ກັນ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ. ​ໃນ​ໄລຍະ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ຢ້ຽມຢາມ​ອົສຕຣາລີ​ເມື່ອ​ເດືອນ​ຕຸລາ​ປີ 2014, ງານ​ຮູບ​ເງົາ​ສາກົນ​ຈີນ-ອົສຕຣາລີ​ຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ບຣິສບານ ເພື່ອ​ເພີ່ມ​ທະວີ​ການ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ​ແລະຈາກ​ນັ້ນ​ມາ​ກໍໄດ້​ຈັດ​ຂຶ້ນ​ປີ​ລະ​ຄັ້ງ. ສຳລັບ​ປີ​ນີ້​ໄດ້ຈັດ​ພິທີ​ເປີດຢູ່​ຊິດ​ນີ​ເປັນ​ຄັ້ງ​ທຳ​ອິດ​ໂດຍ​ພິທີ​ມອບ​ລາງວັນ​ແລະ​ປິດ​ງານ​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ບຣິສບານ​ໃນ​ວັນ​ທີ 30 ຕຸລ​ານີ້.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ