ອັດ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຄັ້ງ 6 ສະ​ໄໝ​ທີ 18
2016-10-28 10:19:38  cri 

ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 6 ສະ​ໄໝ​ທີ 18 ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ​​ແຕ່​ວັນ​ທີ 24-27 ຕຸລາ​ນີ້ ​ໂດຍ​ໄດ້​ພິຈາລະນາ​ແລະ​ຮັບຮອງ​ເອົາ "ກົດ​ລະບຽບການ​ຮ່ວມ​ຊີວິດ​ການ​ເມືອງ​ພາຍ​ໃນ​ພັກ​ພາຍ​ໃຕ້​ສະຖານະ​ການ​ໃໝ່", "ກົດ​ລະບຽບ​ການ​ຕິດຕາມ​ພາຍ​ໃນ​ພັກ​ກອມ​ມູນິດ​ຈີນ" ​ແລະ "ມະຕິ​ກ່ຽວ​ກັບ​ການ​ໄຂ​ກອງ​ປະຊຸມ​ໃຫຍ່​​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງທີ 19 ຂອງ​ພັກ​ກອມ​ມູນິດ​ຈີນ".

ກອງ​ປະຊຸມ​​ໄດ້​ເນັ້ນວ່າ: ຕ້ອງ​ຜັນ​ຂະຫຍາຍ​ແລະ​ປະຕິບັດ​ແນວທາງ​ພື້ນຖານ​ຂອງ​ພັກ​ຢ່າງຮອບດ້ານ, ຍຶດໝັ້ນຄວາມ​ສະ​ເໝີ​ພາບ​ຕໍ່ໜ້າ​ລະບຽບ​ວິ​ໄນ ​ແລະ ທົ່ວ​ພັກ​ຕ້ອງ​ຜັນ​ຂະຫຍາຍ​ແນວທາງ​ມະຫາຊົນ​ຂອງ​ພັກ ​ເພື່ອ​ຮັບ​​ໃຊ້​ປະຊາຊົນ​ເປັນ​ຢ່າງ​ດີ.

ກອງ​ປະຊຸມ​ຊີ້​​ໃຫ້​ເຫັນວ່າ: ການ​ກໍ່ສ້າງ​ການ​ເມືອງ​ທີ່​ປອດ​ໃສ​ຂາວ​ສະອາດ ​ແລະ ​ເດັດດ່ຽວ​ຄັດຄ້ານ​ການ​ສໍ້​ລາດ​ບັງຫຼວງ ​ແມ່ນ​ໜ້າ​ທີ່​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມຊີວິດ​ການ​ເມືອງ​ພາຍ​ໃນ​ພັກ​​ແລະ​ດຳ​ເນີນໃຫ້​ເປັນ​ລະບົບ, ຕ້ອງ​ສະໜັບສະໜູນ​ພັກ​ປະຊາທິປະ​ໄຕ​ໃນ​ການ​ເສີມ​ຂະຫຍາຍ​ພາລະ​ບົດບາດ​ການ​ຕິດຕາມ​ຂອງ​ຕົນ.

ກອງ​ປະຊຸມ​ໄດ້​ຕົກລົງ​ໄຂ​ກອງ​ປະຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 19 ຂອງ​ພັກ​ກອມ​ມູນິດ​ຈີນ​ໃນ 6 ​ເດືອນ​ທ້າຍ​ປີ 2017 ຢູ່​ນະຄອນຫຼວງປັກ​ກິ່ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ