ສັດປ່າ​ທົ່ວ​ໂລກຫຼຸດລົງ​ເກືອບ 60% ​ໃນ 40 ປີຜ່ານມາ
2016-10-28 16:46:34  cri 
    ວັນ​ທີ 27 ຕຸລາ​ນີ້, ກອງ​ທຶນ​ອະນຸລັກ​ສັດປ່າໂລກ ຫຼື WWF ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານຫຼ້າສຸດ ສະ​ແດງ​ໃຫ້​ເຫັນ​ວ່າ, ຍ້ອນ​ຖືກ​ຜົນ​ກະທົບ​ຈາກ​ນ້ຳມື​ຂອງ​ມະນຸດ, ຈຳນວນ​ສັດປ່າ​ທົ່ວ​ໂລກ​ໄດ້ຫຼຸດລົງ 58% ​ແຕ່​ປີ 1970 ​ເປັນຕົ້ນມາ ​ແລະຖ້າ​ບໍ່​ໃຊ້​ມາດ​ຕະການທີ່​ເດັດຂາດ, ສັດປ່າ 2 ສ່ວນ 3 ​ໃນ​ໂລກ​ອາດ​ຈະ​ສູນພັນ​ພາຍ​ໃນ 10 ປີ.

    ບົດ​ລາຍ​ງານ​ດັ່ງກ່າວ​ໄດ້​ຮຽບຮຽງ​ໂດຍ​ອີງ​ຕາມ​ຜົນ​ການ​ຕິດຕາມ​ທ່າ​ຂະຫຍາຍ​ຂອງ​ສັດ 3706 ຊະນິດ​​ເຊິ່ງລວມທັງ​ສັດ​ຈຳພວກ​ມີ​ກະດູກ​ສັນຫຼັງ 14152 ໝວດໃນ​ແຫ່ງ​ຕ່າງໆ​ທົ່ວ​ໂລກ. ​ແນວ​ໃດ​ກໍ​ດີ, ຖ້າ​ຫາກ​ວ່າ​ຕົວ​ເລກ​ດັ່ງກ່າວ​​ແນ່ນອນ ກໍ​ໝາຍ​ຄວາມ​ວ່າ, ສັດ​ຈຳພວກ​ມີ​ກະດູກ​ສັນຫຼັງ​ໃນ​ໂລກ ກຳລັງ​ສູນພັນ​ດ້ວຍ​ຄວາມ​ໄວ 2% ຕໍ່​ປີ.

    ທ່ານ ມາ​ທິນ ​ໄທ​ເລີ ນັກວິທະຍາສາດ​ຂອງ WWF ​ເນັ້ນວ່າ, ການ​ທີ່​ສັດ​ແລະ​ປາ​ສູນພັນ​ໃນ​ໂລກ​ນັ້ນ ບໍ່​ພຽງ​ແຕ່​ເປັນ​ການ​ນາບ​ຂູ່​ຈາກຄວາມຫຼາກຫຼາຍ​ຂອງ​ຊີວະ​ນານາ​ພັນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮັບ​ຜົນ​ສະທ້ອນ​ທີ່​ໜັກໜ່ວງ​ຕໍ່​ມະນຸດ​ທີ່​ເປັນ​ສັດ​ປະ​ເສີດ​ຂອງ​ໂລກ. ຈາກ​ນີ້, ລັດຖະບານ​ປະ​ເທດ​ຕ່າງໆ​ຕ້ອງ​ໃຊ້​ມາດຕະການ​​ສະກັດ​ກັ້ນບໍ່​ໃຫ້​ໜ່ວຍ​ພິພົບ​ນີ້​ສະ​ລາຍໄປ​ຢ່າງຊ້າໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ