ຄະນະ​ໂຄສະນາ​ອົບຮົມ​ສູ​ນກາງ​ພັກກອມ​ມູນິດ​ຈີນຈັດ​ພິທີ​ຖະ​ແຫຼ​ງຂ່າວ​ກ່ຽວ​ກັບ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 6 ສະ​ໄໝ​ທີ 18 ​
2016-10-29 15:06:02  cri 
ຕອນ​ບ່າຍ​ວັນ​ທີ 28 ຕຸລາ​ນີ້, ຄະນະ​ໂຄສະນາ​ອົບຮົມ​ສູ​ນກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຈັດ​ພິທີ ຖະ​ແຫຼ​ງຂ່າວ​ກ່ຽວ​ກັບ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 6 ສະ​ໄໝ​ທີ 18, ​ເຊິ່ງ​ໄດ້ອະທິບາຍ "ກົດ​ລະບຽບການ​ຮ່ວມ​ຊີວິດ​ການ​ເມືອງ​ພາຍ​ໃນ​ພັກ​ພາຍ​ໃຕ້​ສະຖານະ​ການ​ໃໝ່", "ກົດ​ລະບຽບ​ການ​ຕິດຕາມ​ພາຍ​ໃນ​ພັກ​ກອມ​ມູນິດ​ຈີນ", ​ແລະ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວຈີນ​ແລະ​ຕ່າງປະ​ເທດ.

ທ່ານ​ຫວງ​ຄຸນ​ມິ​ງ, ຮອງ​ຫົວໜ້າ​ປະຈຳຄະນະ​ໂຄສະນາ​ອົບຮົມ​ສູ​ນກາງ​ພັກ​ຄອມ​ມູນິດ​ຈີນກ່າວ​ວ່າ, ຈິດໃຈ​ພື້ນຖານ​ແລະ​ໝາກຜົນ​ສຳຄັນ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ໄດ້​ບັນ​ລະ​ຍາຍ​ໝົດ​ໃນ​ຖະ​ແຫຼ​ງການ​ຂອງ​ກອງ​ປະຊຸມ. ການ​ທີ່ຮ່ຳຮຽນ, ​ໂຄສະນາ​ແລະ​ປະຕິບັດ​ຈິດໃຈ​ຂອງ ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 6 ​ໃຫ້​ດີ, ​ແມ່ນ​ໜ້າ​ທີ່​ການ​ເມືອງ​ສຳຄັນ​ຂອງ​ທົ່ວ​ພັກ​ແລະ​ລັດ​ໃນປັດຈຸບັນ​ແລະ​ໄລ​ຍະ​ຕໍ່​ໄປ. ກອງ​ປະຊຸມ​ຄົບ​ຄະນະ​​ເທື່ອ​ນີ້ໄດ້ຊີ້​ແຈງ​ຖານະ​ໃຈກາງ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຢ່າງ​ແຈ່ມ​ແຈ້ງ, ສະ​ເໜີ​ຖ້ອຍ​ຄວາມ "ສູນ​ກາງ​ພັກ​ທີ່​ຖື​ທ່ານ​ສີ​ຈິ້ນ​ຜີ​ງ​ເປັນ​ໃຈກາງ" ຢ່າງ​ເປັນ​ທາງ​ການ, ມີ​ຄວາມ​ໝາຍ​ເລິກ​ເຊິ່ງຍາວ​ໄກ​ແລະ​ສຳຄັນ​ຕໍ່ການ​ຮັກສາ​ຄວາມ​ສາມັກຄີ​​ແລະ​ການ​ນຳພາ​ຂອງ​ພັກ, ຮັບປະ​ກັນ​ໃຫ້​ພັກ​ແລະ​ລັດ​ພັດທະນາ​ຈະ​ເລີ​ນຮຸ່ນ​ເຮືອງ.

ທ່ານ​ສີ​ຢີ້, ຮອງ​ຫົວໜ້າ​ຄະນະຈັດ​ຕັ້ງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່າວ​ວ່າ, ການ​ທີ່​ວາງ"ກົດ​ລະບຽບການ​ຮ່ວມ​ຊີວິດ​ການ​ເມືອງ​ພາຍ​ໃນ​ພັກ​ພາຍ​ໃຕ້​ສະຖານະ​ການ​ໃໝ່" ​ເທື່ອ​ນີ້, ໜຶ່ງ​ແມ່ນ​ຄວາມ​ຕ້ອງການ​ທີ່​ປັບປຸງ​ການຈັດ​ວາງ​ຍຸດ​ທະ​ສາດ "ສີ່​ຮອບດ້ານ" ​ໃຫ້​ສົມບູນ​ຂຶ້ນ, ສອງ​ແມ່ນ​ຄວາມ​ຕ້ອງການ​ທີ່​ຄວບ​ຄຸມ​ພັກ​ຢ່າງ​ເຂັ້ມ​ງວມ​ລົງ​ສູ່​ລວງ​ເລິກ​ຢ່າງຮອບດ້ານ, ສາມ​ແມ່ນ​ຄວາມ​ຕ້ອງການທີ່​ແກ້​ໄຂບັນຫາ​ແລະ​ຄວາມ​ຂັດ​ແຍ້​ງກັນ​ອັນ​ພົ້ນ​​ເດັ່ນທີ່​ມີ​ຢູ່​ໃນ​ທົ່ວ​ພັກ.

ທ່ານ​ອູ​ຢີ້ລຽງ, ຮອງ​ເລຂາທິການ​ຂອງຄະນະ​ກຳມະການ​ກວດກາ​ລະບຽບ​ວິ​ໄນ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ແນະນຳ​ສະພາບ​ການ​ທີ່​ກ່ຽວຂ້ອງ​ຂອງ"ກົດ​ລະບຽບ​ການ​ຕິດຕາມ​ພາຍ​ໃນ​ພັກ​ກອມ​ມູນິດ​ຈີນ"​ແລະ​ການ​ຄວບ​ຄຸມ​ພັກ​ຢ່າງ​ເຂັ້ມ​ງວດ​ແລະ​ຮອບດ້ານ, ​ເພີ່ມ​ທະວີ​ການ​ກໍ່ສ້າງ​ດ້ານ​ລະບຽບ​ວິ​ໄນ​ແລະ​​ເພີ່​ມທະວີ​ການ​ຕິດຕາມ​ພາຍ​ໃນ​ພັກ.

ທ່ານ​ຈຽງ​ຈ້ຽນ​ໂກວ, ຮອງ​ຫົວໜ້າຄະນະ​ໂຄສະນາ​ອົບຮົມ​ສູ​ນກາງ​ພັກ​ຄອມ​ມູນິດ​ຈີນທັງ​ເປັນຫົວໜ້າ​ຫ້ອງການ​ຖະ​ແຫຼ​ງຂ່າວ​ຂອງ​ລັດຖະບານຈີນ​ເປັນ​ປະທານ​ຈັດ​ພິທີ​ຖະ​ແຫຼ​ງຂ່າວ, ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ 120 ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ