ງານ​ວາງສະ​ແດງ​ສິນຄ້າ​ເສັ້ນທາງ​ສາຍ​​ໄໝ​ທາງ​ທະ​ເລ 2016 ​ເຊັນ​ສັນຍາໂຄງການ 700 ສະບັບ
2016-10-30 14:49:00  cri 

ຕາມ​ຂ່າວCRI: ສຳນັກງານ​ເລຂາ​ຂອງ​ງານ​ວາງສະ​​ແດງ​ສິນຄ້າ​ສາກົນ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສັດຕະວັດ​ທີ 21 ​ກວາງຕຸ້ງ 2016 ​ໄດ້​ຈັດ​ພິທີ​ຖະ​ແຫຼ​ງຂ່າວໃນ​ຕອນ​ບ່າຍ​​ວັນ​ທີ 29 ຕຸລາ​ນີ້​ໂດຍ​ຢືນຢັນ​ວ່າ,ໃນ​ງານ​ວາງສະ​ແດງ​ສິນຄ້າ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລປີ​ນີ້​ໄດ້​ເຊັນ​ສັນຍາ​​ໂຄງການປະ​ເພດ​ຕ່າງໆ 700 ສະບັບ. ຜູ້​ເຂົ້າ​ຊົມງານ​ວາງສະ​ແດງບັນລຸ 1 ​ແສນ 3 ໝື່ນ 9 ພັນ​ເທື່ອ​ຄົນ, ​ໃນ​ນັ້ນ, ນັກທຸລະກິດຝ່າຍ​ຈັດ​ຊື້​ມີ 2 ໝື່ນ 5 ພັນ 3 ຮ້ອຍ​ເທື່ອ​ຄົນ. ມູນ​ຄ່າ​ໃນ​ສັນຍາ ​ແລະ ຈຳນວນ​ນັກ​ທຸລະ​ກິດ​ຝ່າຍ​ຈັດ​ຊື້​ທີ່ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ລ້ວນ​ແຕ່​ສູງກວ່າ 2 ຄັ້ງ​ກ່ອນ​ ​ແລະ ສ້າງ​ສະຖິຕິ​ໃໝ່​.

ງານ​ວາງສະ​ແດງ​ສິນຄ້າ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລປີນີ້​ໄດ້​ດຶງ​ດູດ 73 ປະ​ເທດ ​ແລະ ​ເຂດ​ແຄວ້ນມາ​​ເຂົ້າ​ຮ່ວມ, ​ໃນ​ນັ້ນ, ມີ 52 ປະ​ເທດ ​ແລະ ​ເຂດ​​ແຄວ້ນ​ຈັດການ​ວາງສະ​ແດງ, 39 ປະ​ເທດ ​ແລະ ​ເຂດ​ແຄວ້ນ​ຈັດຮ້ານ​ວາງສະ​ແດງ​ລະດັບ​ຊາດຂອງ​ຕົນ ​ເຊິ່ງລ້ວນ​ແຕ່​ຫຼາຍກວ່າປີ​ທີ່​ຜ່ານ​ມາ. ​ເນື້ອ​ທີ່ວາງສະ​ແດງ​ຂອງ​ງານ​ວາງສະ​ແດງ​ປີ​ນີ້​ມີ​ປະມານ 7 ໝື່ນ​ຕາ​ແມັດມີວິ​ສາ​ຫະກິດ​ຈີນ ​ແລະ ຕ່າງປະ​ເທດ 1.526 ​ແຫ່ງ​ເຂົ້າ​ຮ່ວມ.

ງານ​ວາງສະ​ແດງ​ສິນຄ້າ​​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລຄັ້ງ​ຕໍ່​ໄປ​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຕົ່ງ​ກວນ​ແຂວງ​ກວາງຕຸ້ງ​ແຕ່​ວັນ​ທີ 26 ຫາ​ວັນ​ທີ 29 ຕຸລາ​ປີ 2017 ​ໂດຍເນື້ອ​ທີ່​ວາງສະ​ແດງ​ຈະຂະຫຍາຍ​ຈາກ 7 ໝື່ນ​ຕາ​ແມັດ​ກວ້າງ​ອອກ​ເປັນ 1 ​ແສນ​ຕາ​ແມັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ