ຜູ້ຕາງໜ້າ​ເມືອງ​ທ່ອງ​ທ່ຽວ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງຫວັງ​ປະ​ເທດ​ຕົນ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ໃນ​ພາກ​ພື້ນ
2016-10-31 10:05:14  cri 
ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ລະຫວ່າງ​​ເມືອງ​ທ່ອງ​ທ່ຽວ​ປະ​ເທດ​​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳ​ຂອງ 2016 ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຊ່ານ​ຢ້າ ​ແຂວງ​ໄຫ​ຫຼຳ​ແຕ່​ວັນ​ທີ 27-28 ຕຸລາ​ນີ້​ໂດຍ​ຊ່ຽວຊານ 140 ທ່າ​ນຈາກ​ຈີນ,ລາວ,ກຳປູ​ເຈຍ,ມຽນມາ,​ໄທ,ຫວຽດນາມ​ແລະ​ປະ​ເທດ​ອື່ນໆ​​ເຂົ້າ​ຮ່ວມ. ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຢືນຢັນ​ວ່າ: ຫວັງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳ​ຂອງຕື່ມ​ອີກ​ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍ​ດ​ມາສູ່​ກາ​ນພັດທະນາ​ຂອງ​ປະ​ເທດ​ໃນ​ພາກ​ພື້ນ.

ທ່ານ​ຄຳ​ຜອງ ດວງ​ວິ​ໄລ ເຈົ້າ​​ເມືອງເມືອງ​ວັງ​ວຽງ ສປປ ລາວ​ກ່າວ​ວ່າ​ຕົນຫວັງ​ເປັນ​ຢ່າງ​ຍິ່ງ​ຕໍ່​ອະນາຄົດ​ຂອງ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳ​ຂອງໃນ​ຕໍ່​ໜ້າ​ເນື່ອງ​ຈາກການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ​ປະ​ເທດ​ເຫຼົ່າ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ​ຕໍ່ 6 ປະ​ເທດ ​ແລະ​ຫວັງ​ວ່າ​ຜົນສຳ​ເລັດ​ຂອງ​ເວທີ​ປຶກສາ​ຫາລື​ຄັ້ງ​ນີ້​ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິ​ບັດ​ຕົວ​ຈິງ. ​ແນວ​ໃດ​ກໍ​ດີ, ປັດຈຸ​ບັນ,ຈີນ​ແລະ​ເມືອງ​ຂອງ​ຕົນໄດ້ຮ່ວມ​ມືດ້ານ​ການທ່ອງທ່ຽວ​ແລ້ວ​ແລະ​ຫວັງ​ວ່າ​ຜ່ານ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ໃນ​ຕໍ່ໜ້າ​ຈະ​ຍົກ​ລະດັບ​ວັງວຽງ​ໃຫ້​ເປັນ​ແຫຼ່ງທ່ອງ​ທ່ຽວປາຍທາງຂອງ​ພາກ​ພື້ນ.

​ໃນ​ໄລຍະ​ດຳ​ເນີນ​ກອງ​ປະຊຸມ​ເວ​ທີ​ປຶກສາ​ຫາລື​ດັ່ງກ່າວ​ໄດ້​ຮັບຮອງ​ແລະ​ເປີດ​ເຜີຍ​ວິ​ໄສ​ທັດ​ການ​ຮ່ວມ​ມື​ຊ່ານ​ຢ້າທີ່​ເປັນ​ບົດ​ບັນທຶກ​ການ​ຮ່ວມ​ມື​ລະຫວ່າງ​ເມືອງ​ທ່ອງ​ທ່ຽວ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ 2016, ຂະນະ​ດຽວ​ກັນ, ບັນດາ​ເມືອງ​ທ່ອງ​ທ່ຽວທີ່​ກ່ຽວຂ້ອງ​ຂອງ​ປະ​ເທດ​ແມ່ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງໄດ້​ບັນລຸ​ວິ​ໄສ​ທັດ​ການ​ຮ່ວມ​ມື 8 ດ້ານ​ເຊັ່ນ​ກົນ​ໄກ​ປຶກສາ​ຫາລື​ລະຫວ່າງ​ຕົວ​ເມືອງ, ​ການ​ຮ່ວມ​ມື​ໃນ​ໂຄງການ​ທ່ອງ​ທ່ຽວ​ແລະ​ອື່ນໆ​ໂດຍ​ເອກະສານດັ່ງກ່າວ​ນີ້​ຈະ​ເປັນ​ທິດ​ຊີ້​ນຳ​ບັນດາ​ເມືອງ​ທ່ອງ​ທ່ຽວ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງເພີ່ມ​ທະວີ​ການສ້າງຄວາມ​ເຂົ້າ​ໃຈ​ແລະ​ແລກປ່ຽນກັນ ທັງ​ສົ່ງ​ເສີມ​ການ​ພັດທະນາຂະ​ແໜງ​ການທ່ອງທ່ຽວຂອງ​​ແຕ່ລະ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ