ນາຍົກລັດຖະມົນຕີມາ​ເລ​ເຊຍ​ຢືນຢັນ​ວ່າ​ຈີນ​ເປັນ​ເພື່ອນ​ມິດ​ແລະ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ທີ່​ແທ້​ຈິງ​
2016-10-31 16:39:52  cri 
​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ, ທ່ານ​ນາ​ຈິບ ຕູນ ຣາຊັກ ນາຍົກລັດຖະມົນຕີມາ​ເລ​ເຊຍ​ຈະ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 31 ຕຸລາ​ນີ້​ເປັນ​ຕົ້ນ​ໄປ, ຂະນະ​ທີ່ທ່ານ​ນາ​ຈິບ​ໄດ້​ຢືນຢັນ​ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ​ໃນ​ວັນທີ 30 ຕຸລາ​ນີ້​ວ່າ, ຈີນ​ເປັນ​ເພື່ອນ​ມິດ​ແລະ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ທີ່​ແທ້​ຈິງ​ຂອງ​ມາ​ເລ​ເຊຍ.

ທ່ານ​ນາ​ຈິບ​ກ່າວ​ວ່າ: ສາຍ​ພົວພັນ​ມາ​ເລ​ເຊຍ-ຈີນຢູ່​ບົນ​ພື້ນຖານ​ຂອງ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ມີ​ຄວາມ​ຈິງ​ໃຈ​ແລະ​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ບໍ່​ພຽງ​ແຕ່​ຈະ​ເປັນ​ຜົນ​ດີ​ຕໍ່​ປະຊາຊົນ​ສອງ​ຊາດ​ເທົ່າ​ນັ້ນ, ທັງ​​ເປັນ​ຜົນ​ດີ​ຕໍ່​ການ​ສົ່ງ​ເສີມ​ສັນຕິພາບ​ແລະ​ສະຖຽນລະ​ພາບຂອງ​ພາກ​ພື້ນ​ອີ​ກດ້ວຍ ​ແລະ​ຫວັງ​ວ່າການ​ຢ້ຽມຢາ​ເທື່ອ​ນີ້​ຈະ​ຊ່ວຍ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ແລະ​ສ້າງ​ຄວາມ​ສົມບູນ​ພູນ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ​ທັງ​ສົ່ງ​ເສີມ​ສັນຕິພາບ​ແລະ​ສະຖຽນລະ​ພາບ​ຂອງ​ໂລກ​ກໍ​ຄື​ພາກ​ພື້ນ​ຕື່ມ​ອີກ. ​ແນວ​ໃດ​ກໍ​ດີ, ການ​ຢ້ຽມຢາມ​ເທື່ອ​ນີ້​ຈະ​ຍົກ​ລະດັບ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ ​ແລະ​ສົ່ງ​ເສີມ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ.

ເມື່ອ​ກ່າວ​ເຖິງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ທ່ານ​ນາ​ຈິບ​ກ່າວ​ວ່າ: ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ຍິ່ງ​ຕໍ່​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວທາງ​ໜຶ່ງ​ເສັ້ນທາງ"ຂອງ​ລັດຖະບານ​ຈີນ ​ແລະ​ການຈັດ​ຕັ້ງ​ປະຕິບັດ​ຂໍ້​ລິ​ເລີ່​ມດັ່ງກ່າວ​ບໍ່​ພຽງ​ແຕ່​ຈະ​ເປັນ​ຜົນ​ດີ​ຕໍ່​ປະຊາຊົນ​ສອງ​ຊາດ​ມາ​ເລ​ເຊຍ-ຈີນ​ເທົ່າ​ນັ້ນ ຫາກຍັງ​ມີ​ຄວາມ​ໝາຍຢ່າງ​ເລິກ​ເຊິ່ງຍາວນານ​ຕໍ່​ການ​ພັດທະນາ​ຂອງ​ບັນດາ​ປະ​ເທດ​ທີ່ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ