ນະຄອນຫຼວງ​ປັກ​ກິ່ງ​​​ສະໜອງ​ພາຫະນະ​ໃຫ້​ລາວເພື່ອຮັບ​ໃຊ້​ກອງ​ປະຊຸມ​​ເຈົ້າ​ຄອງ​ຕົວ​ເມືອງອາ​ຊຽນຄັ້ງ​ທີ 4 ປີ 2016
2016-11-01 16:18:13  cri 

 ພິທີ​ມອບ​-ຮັບພາຫະນະຈາກ​ນະຄອນຫຼວງ​ປັກ​ກິ່ງ​​​ເພື່ອຮັບ​ໃຊ້​ກອງ​ປະຊຸມເຈົ້າ​ຄອງ​ຕົວ​ເມືອງອາ​ຊຽນຄັ້ງ​ທີ 4 ປີ 2016ທີ່ລາວ​​ໄດ້​ຮັບກຽດເປັນ​ເຈົ້າພາບນັ້ນໄດ້​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 31 ຕຸລາ​ຜ່ານ​ມາ​ຢູ່​ສຳນັກງານ​ອົງການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ​ໂດຍ​ທ່ານ​ກ່ວນຮວາ​ປິງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​ທີ່​ຕາງໜ້າອົງການ​ປົກຄອງ​ນະຄອນຫຼວງ​ປັກ​ກິ່ງມອບ​​ລົດ​ຕູ້ 11 ຄັນ​ໃຫ້ທ່ານ​ສິນລະ​ວົງ ຄຸດ​ໄພທູນ ​ເຈົ້າ​​ຄອງ​ນະຄອນຫຼວງ​ວຽງ​ຈັນ​ໂດຍ​ມີຜູ້ຕາງໜ້າ​ຈາກ​ສະຖານທູດ​ຈີນ​ປະຈຳ​ລາວ​ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ​ຂອງ​ອົງການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ​​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

  ທ່ານ​ສິນ​ລະ​ວົງ ຄຸດ​ໄພທູນ ​ໄດ້ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງຈິງ​ໃຈ​ຕໍ່​ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ຂອງ​ນະຄອນຫຼວງ​ປັກ​ກິ່ງທັງ​ກ່າວ​ວ່າ ລົດ​ຕູ້ 15 ບ່ອນ​ນັ່ງ 11 ຄັນ​ທີ່​ນະຄອນຫຼວງ​ປັກ​ກິ່ງ​ມອບ​ໃຫ້​ນັ້ນ​ຈະ​ນຳ​​ໄປ​ຮັບ​ໃຊ້​ກອງ​ປະຊຸມ​​ເຈົ້າ​ຄອງ​ຕົວ​ເມືອງອາ​ຊຽນຄັ້ງ​ທີ 4 ທີ່​ຈະ​ຈັດ​ຂຶ້ນ​ໃນ​ປີ 2016 ນີ້ ​​ເຊິ່ງ​ເປັນ​ການປະກອບສ່ວນ​ສຳຄັນ​ເຂົ້າ​ໃນການ​ຕ້ອນຮັບ​ຂອງ​ອົງການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ​ແລະ​ການ​ຊ່ວຍ​ເຫຼືອ​ເທື່ອ​ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ລາວ-ຈີນ. ​ແນວ​ໃດ​ກໍ​ດີ, ຫວັງ​ວ່າ​ໃນ​ຕໍ່ໜ້າ, ສອງ​ປະ​ເທດ​ຈະ​​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ໃຫ້​ກ້າວ​ສູ່​ລວງ​ເລິກ​ຢ່າງ​ບໍ່ຢຸດ​ຢັ້ງ ​ເພື່ອ​ນຳ​ເອົາ​ຄວາມ​ສົມບູນ​ພູນ​ສຸກ​ມາສູ່​ປະຊາຊົນ​ສອງ​ຊາດ​ໃຫ້ຫຼາຍ​ກວ່າ​ເກົ່າ.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ