ສ້າງ​ຕັ້ງສະຫະພັນສະມາຄົມ​ຜູ້​ຊົງ​ຄຸນ​ວຸດ​ທິມະຫາວິທະຍາ​ໄລ​ຈີນ-ອາ​ຊຽນຢູ່​ເມືອງ​ນານ​ນິງ​ເຂດ​ກວາງຊີ​ຈີນ
2016-11-01 16:19:17  cri 
ພິທີ​ສ້າງ​ຕັ້ງ​ສະຫະພັນ​ສະມາຄົມ​ຜູ້​ຊົງ​ຄຸນ​ວຸດ​ທິມະຫາວິທະຍາ​ໄລ​ຈີນ-ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ມະຫາວິທະຍາ​ໄລ​ກວາງຊີ​ຈີນ​ໃນ​ວັນ​ທີ 31 ຕຸລາ​ຜ່ານ​ມາ ​ໂດຍຜູ້ຕາງໜ້າ​ຈາກ​ມະຫາວິທະຍາ​ໄລ​ກວາງຊີ, ມະຫາ​ວິທະຍາ​ໄລ​ຢຸນນານ​ແລະ​ສະ​ຖາ​ບັນ​ການ​ສຶກສາ​ຊັ້ນ​ສູງ​ອື່ນໆຂອງ​ຈີນ​ພ້ອມ​ດ້ວຍ​ສະ​ຖາ​ບັນ​ການ​ສຶກສາ​ຊັ້ນ​ສູງ​ຂອງ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ 80 ທ່ານ​ເຂົ້າ​ຮ່ວມ.

ທ່ານ​ລຽງຢິງ ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ຈີນ-ອາ​ຊຽນມະຫາວິທະຍາ​ໄລ​ກວາງຊີ​ເປັນ​ປະທານ​ໄດ້​ກ່າວ​ໃນພິທີ​ດັ່ງກ່າວວ່າ ສະຫະພັນ​ສະມາຄົມ​ຜູ້​ຊົງ​ຄຸນ​ວຸດ​ທິມະຫາວິທະຍາ​ໄລຈີນ-ອາ​ຊຽນຈະ​ອີງ​ໃສ່​ ​ວິຊາ​ຮຽນ​ແລະ​ທ່າ​ແຮງ​ຂອງຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃນມະຫາວິທະຍາ​ໄລ​ຈີນ-ອາ​ຊຽນ​​​ເພື່ອ​ສ້າງ​ຕັ້ງ​ເວທີ​ ​ລະດັບ​ສາກົນ​ສຳລັບ​ຄົ້ນຄວ້າ​ບັນຫາ​ອາ​ຊຽນ​ເພື່ອ​ສົ່ງ​ເສີມ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ລະຫວ່າງ​ສະມາຄົມ​ຜູ້​ຊົງ​ຄຸນ​ວຸດ​ທິມະຫາວິທະຍາ​ໄລ​ຂອງ​ຈີນ​ແລະ​ອາ​ຊຽນ ທັງ​ເປັນ​ສິ່ງ​ຄ້ຳປະກັນ​ດ້ານ​ທິດ​ສະ​ດີ​ແລະ​ເປັນ​ພື້ນຖານ​ໃນການ​ປະຕິບັດ​ຕົວ​ຈິງ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ​ໃ​ນຂົງ​ເຂດ​ການ​ເມືອງ,​ເສດຖະກິດ,ວັດທະນະທຳ​ແລະ​ອື່ນໆ.

ພິທີ​ດັ່ງກ່າວ​ຍັງ​ໄດ້​ເປີດ​ເຜີຍ​ສານ​ລິ​ເລີ່​ມຮ່ວມ​ກັນ​ກໍ່​ສ້າງສະຫະພັນ​ສະມາຄົມ​ຜູ້​ຊົງ​ຄຸນ​ວຸດ​ທິຈີນ-ອາ​ຊຽນ​ເຊິ່ງລະບຸ​ວ່າ: ​ໃນ​ຕໍ່ໜ້າ, ສະຫະພັນ​ດັ່ງກ່າວ​ຈະ​ຄົ້ນຄວ້າ​ຫຼາຍ​ດ້ານ​ເຊັ່ນ​ການ​ຮ່ວມ​ມື​ຈີນ-ອາ​ຊຽນ, ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ​ຂອງ​ເສດຖະກິດ​ພາກ​ພື້ນ​ຈີນ-ອາ​ຊຽນ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ