ຊາຍ​ໜຸ່ມ​ອິນ​ເດຍຕັດ​ຜົມ​ດ້ວຍ​ທຽນ​ດຶງ​ດູດ​ລູກ​ຄ້າ​ໄດ້​ຢ່າງ​ຫຼວງ​ຫຼາຍ
2016-11-02 16:27:38  cri 

ສື່​ມວນ​ຊົນ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ຢູ່​ເມືອງ​ກຸນ​ບາ​ກາ (Gulbarga)ລັດ ຄາ​ນາ​ຕາ​ຄາ(Karnataka)ປະ​ເທດ​ອິນ​ເດຍ, ທ້າວ DasharathKumar ​ອາຍຸ 28 ປີ​ໄດ້​ສະ​ແດງ​ທັກ​ສະ​ພິ​ເສດ​ຂອງ​ຕົນ​​ໃນ​ການຕັດ​ຜົມ​ດ້ວຍ​ທຽນ ​ໂດຍ​ມື​ເບື້ອງໜຶ່ງ​ຈັບຫວີ​ນ້ອຍ​ແລະ​ອີກ​ເບື້ອງໜຶ່ງ​ຈັບ​ທຽນ​ເພື່ອ​ຈູດ​ຜົມ​ທີ່​ບໍ່​ຕ້ອງ​ການຖິ້ມ. ຫຼັງ​ຕັດ​ຜົມ​ສຳ​ເລັດ​ແລ້ວ, ລາວ​ກໍ​ຈະ​ສະ​ຜົມ​ໃຫ້​ລູກ​ຄ້າ​​ທັນທີ​ເພື່ອ​ຂ້າ​ກິ່ນ​​ໄໝ້ ​ເຊິ່ງທັກ​ສະແປກ​ປະຫຼາດ​ແນວ​ນີ້​ໄດ້​ດຶງ​ດູດ​ລູກ​ຄ້າ​ຢ່າງ​ຫຼວງ​ຫຼາຍທັງພາຍ​ໃນ​ບ້ານ​ແລະ​ເມືອງ​ອ້ອມ​ຂ້າງ​ລວມທັງ​ຜູ້​ເຖົ້າ​ແລະ​ເດັກນ້ອຍ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ