ພັກ​ກອມ​ມູນິດ​ຈີນ​ສຸມ​ໃສ່​ສ້າງ​ຄວາມ​ເຂັ້ມ​ແຂງ​ພາຍ​ໃນ​ພັກ​ພາຍ​ໃຕ້​ສະຖານະ​ການ​ໃໝ່
2016-11-03 16:43:24  cri 
ພັກ​ກອມມູນິດ​ຈີນ​ໄດ້​ເປີດ​ເຜີຍຂໍ້​ກຳນົດວ່າ​ດ້ວຍ​ຊີວິດ​ການ​ເມືອງ​ພາຍ​ໃນ​ພັກ​ພາຍໃຕ້​ສະຖານະ​ການ​ໃໝ່​ແລະ​ກົດ​ລະບຽບ​ຕິດຕາມ​ພາຍ​ໃນ​ພັກ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 2 ພະຈິກ​ນີ້ ​ເຊິ່ງ​ເອກະສານ​ສອງ​ສະບັບ​ດັ່ງກ່າວ​ໄດ້​ຜ່ານ​ການ​ພິຈາລະນາ​ແລະ​ຮັບຮອງ​​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ເທື່ອ​ທີ 6 ສະ​ໄໝທີ 18 ຂອງ​ພັກ​ກອມ​ມູນິດ​ຈີນທີ່​ຫາ​ກໍ​ອັດ​ລົງ​ກ່ອນ​ໜ້ານີ້​ບໍ່​ດົນ ​ໂດຍ​ຈຸດປະສົງ​ເພື່ອ​ສ້າງ​ຫຼັກການ​ພື້ນຖານ​ໃຫ້​ແກ່​ການ​ເພີ່ມ​ທະວີ​ແລະ​ສ້າງຄວາມ​ເປັນລະບຽບ​ແບ​ບ​ແຜນ​​ໃນ​ການ​ດຳ​ເນີນ​ຊີວິດ​ການ​ເມືອງ​ພາຍ​ໃນ​ພັກ​ກອມ​ມູນິດ​ຈີນ​ພາຍ​ໃຕ້​ສະຖານະ​ການ​ໃໝ່​ແລະ​ການ​ເພີ່ມ​ທະວີ​ການ​ຕິດຕາມ​ພາຍ​ໃນ​ພັກ.

ຂ່າວ​ແຈ້ງວ່າ: ພາກສ່ວນຫຼັກ​ຂອງ​ຂໍ້​ກຳນົດວ່າ​ດ້ວຍ​ຊີວິດ​ການ​ເມືອງ​ພາຍ​ໃນ​ພັກ​ໃນ​ສະຖາ​ນະ​ການ​ໃໝ່​ໄດ້​ລະບຸ​ຄວາມ​ຮຽກຮ້ອງ​ຕ້ອງການຢ່າງ​ຈະ​ແຈ້ງ​ແລະ​ວາງ​ຂໍ້​ກຳນົດ​ລະອຽດ​ 12 ດ້ານ​ເປັນ​ຕົ້ນການ​ຍຶດໝັ້ນ​ແນວທາງ​ພື້ນຖານ​ຂອງ​ພັກ, ​ເພີ່ມ​ທະວີ​ການ​ຜູກ​ມັດ​​ແລະ​ຕິດຕາມການ​ປະຕິບັດ​ສິດ​ອຳນາດ​ແລະ​ອື່ນໆ. ຂະນະ​ທີ່​ກົດ​ລະບຽບ​ຕິດຕາມ​ພາຍ​ໃນ​ພັກ​ກອມ​ມູນິດ​ຈີນ​​ໄດ້​ເນັ້ນ​ການ​ກຳນົດ​ພາລະ​ໜ້າ​ທີ່​ໃນ​ການ​ຕິດຕາມ​ຂອງ 4 ພາກສ່ວນ​ຄືອົງການ​ຈັດ​ຕັ້ງ​ສູນ​ກາງ,ຄະນະ​ພັກ​ຫຼື​ໜ່ວຍ​ພັກ, ຄະນະ​ກຳມະການ​ກວດກາ​ລະບຽບ​ວິ​ໄນ​ພັກ,ອົງການ​ຈັດ​ຕັ້ງ​ພັກ​ຂັ້ນ​ຮາກ​ຖານ​ແ​ລະສະ​ມາ​ຊິກ​ພັກພ້ອມ​ທັງ​ກຳນົດ​ລະບຽບ​ການ​ຕິດຕາມ​ທີ່​ກ່ຽວຂ້ອງ.

ຊ່ຽວຊານການ​ເມືອງ​​ໄດ້​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRI ວ່າ, ສອງ​ເອກະສານ​ດັ່ງກ່າວ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບດ້ານ​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ໄລຍະ​ຫັນ​ເປັນ​ລະບຽບ​ການ ​ເຊິ່ງມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ພັກ​ກອມ​ມູນິດຈີນ​ນຳພາ​ປະ​ເທດ​ຊາດດຳ​ເນີນ​ການ​ປະຕິ​ຮູບ​ແລະພັດທະນາ​ໃນ​ຕໍ່ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ