ບໍລິສັດ​ຈີນ​ຊະນະ​ການ​ປະມູນ​ໂຄງການ​ທາງ​ລົດ​ໄຟ​ພາກ​ໃຕ້​ມາ​ເລ​ເຊຍ
2016-11-03 16:44:01  cri 
ກຸ່ມບໍລິສັດທາງ​ລົດ​ໄຟຈີນ​ຈຳກັດ​ຫຼື CREC​ໄດ້ແຈ້ງ​ຂ່າວ​ໃນວັນ​ທີ 2 ພະຈິກ​ນີ້​ວ່າ ບໍລິສັດ​ຕົນ​ຮ່ວມ​ກັບບໍລິສັດ​ກໍ່ສ້າງ​ທາງ​ລົດ​ໄຟ​ຈີນ​ຈຳກັດ​ຫຼື CRCC ​ແລະ​ບໍລິສັດ​ກໍ່ສ້າງ​ຄົມະ​ນາ​ຄົມ​ຈີນ​ໄດ້​ຊະນະ​ການ​ປະມູນ​ໂຄງການ​ທາງ​ລົດ​ໄຟ​ພາກ​ໃຕ້​ມາ​ເລ​ເຊຍ ​​ເຊິ່ງ​ເປັນ​ທາງ​ລົດ​ໄຟ​ລາງ​ຄູ່​ຫ່າງ​ກັນ 1 ​ແມັດຫຼັງ​ປັບປຸງ ​ເປັນ​ທາງ​ລົດ​ໄຟ​ແລ່ນ​ດ້ວຍ​ພະລັງງານ​ໄຟຟ້າລະຫວ່າງ​​ເຈ​ມັສກັບ​ໂຈ​ໂຮ​ບາຣູ​ໂດຍ​ຍາວ​ກວ່າ 191 ກິ​ໂລ​ແມັດ,​ແລ່ນ​ໃນ​ຄວາມ​ໄວ 160 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ແລະ​ມີມູນ​ຄ່າ​ໃນ​ສັນຍາປະມານ 14 ຕື້ 469 ລ້ານ​ຢວນຫຼື​ປະມານ 2 ຕື້ 140 ລ້ານ​ໂດ​ລາ​ສະຫະລັດ.

ນັບ​ຕັ້ງ​​ແຕ່ສະ​ເໜີ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ເປັນ​ຕົ້ນ​ມາ, ຈີນ​ໄດ້​ເລັ່ງຊຸກຍູ້​ການກໍ່ສ້າງ​ຕາໜ່າງ​ເຊື່ອມ​ຈອດ​ກັນ​ກັບປະ​ເທດ​ອ້ອມ​ຂ້າງ​ໂດຍ​ສະ​ເພາະ​ໄດ້​ຮັບ​ຜົນສຳ​ເລັດ​ຕົວ​ຈິງ​ໃນ​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ຜ່ານ​ອາຊີ​ຢູ່​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ປັດຈຸບັນ, ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ລົງມື​ກໍ່ສ້າງ​​ແລ້ວ, ທາງ​ລົດ​ໄຟ​ຈີນ-​ໄທ​ກໍ​ກຳລັງ​ເລັ່ງປະຕິບັດ​ຢູ່. ບໍລິສັດ​ຈີນ​ຊະນະ​ການ​ປະມູນ​ໂຄງການ​ທາງ​ລົດ​ໄຟ​ພາກ​ໃຕ້​ມາ​ເລ​ເຊຍ​ໃນ​ເທື່ອ​ນີ້​ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ມາ​ເລ​ເຊຍ-ສິງກະ​ໂປ​ຕາມ​ແຜນການ​ໃຫ້​ໄດ້​ຮັບ​ປະສິດທິ​ຜົນ ​ແລະ​ເລັ່ງ​ເຊື່ອມ​ຈອດຕາໜ່າງທາງ​ລົດ​ໄຟ​ຜ່ານ​ອາຊີ​ທັງ​ໝົດ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ