ທ່ານ​ສີ​ຈິ້ນ​ຜີ​ງພົບ​ປະ​ກັບ​ນາຍົກມາ​ເລ​ເຊຍ
2016-11-04 15:32:15  cri 
ວັນ​ທີ 3 ພະຈິກ​ນີ້, ທ່ານ​ສີ​ຈິ້ນ​ຜີ​ງ ປະທານ​ປະ​ເທ​ດຈີນ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ​ຈາ​ນິບ ຕຸນ ຣາຊັກ ນາຍົກລັດຖະມົນຕີມາ​ເລ​ເຊຍ​​ໃນ​ໂອກາດ​ເດີຣທາງ​ມາ​ຢ້ຽມຢາມ​ຈີນ​ຢູ່​ຫໍ​ຮັບ​ແຂກ​ຕ້ຽວ​ຢີຖາ​ຍນະຄອນຫຼວງ​ປັກ​ກິ່ງ.

ທ່ານ​ສີ​ຈິ້ນ​ຜີ​ງ ​ເນັ້ນ​ວ່າ, ຈີນ​ແລະ​ມາ​ເລ​ເຊຍ​ຄວນ​ຮັກສາ​ການ​​ໄປມາຫາສູ່​ຢ້ຽມຢາມ​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ໃຫ້​​ເປັນ​ປົກກະຕິ, ​ແລະລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ. ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ​ກັນ​ດ້ານ​ຍຸດ​ທະ​ສາດ​ພັດທະນາ, ສ້າງ​ພື້ນຖານ​ອັນໝັ້ນ​ແກ່ນ​ໃຫ້​ແກ່​ການ​ລົງ​ເລິກ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ. ຈີນ​ຍິນ​ດີ​ຕ້ອນຮັບ​ມາ​ເລ​ເຊຍ​​ເຂົ້າ​ຮ່ວມ​ການ​ຮ່ວມ​ມື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຢ່າງ​ຕັ້ງໜ້າ, ທັງຍິນ​ດີ​ຮ່ວມ​ກັບ​ມາ​ເລ​ເຊຍ​ຊຸກ​ຍູ້​ການ​ກໍ່ສ້າງ​ເສັ້ນທາງ​ສາຍ​​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ພະລັງງານ, ວິທະຍາສາດ​ເຕັກນິກ, ກະສິກຳ​, ການ​ເງິນ​ແລະ​ອື່ນໆ, ​ເປີດ​ກວ້າງ​ຜົນ​ຂອງການ​ເຊື່ອມ​ຈອດ​ກັນ​ຂອງ​ພາກ​ພື້ນ. ຂະນະ​ດຽວ​ກັນ​ກໍ​ຍິນ​ດີ​ຮ່ວມ​ກັບ​ມາ​ເລ​​ເຊຍ, ​ເພີ່ມ​ເນື້ອ​ໃນ​ຂອງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ສົມບູນຢ່າງ​ບໍ່​ຢຸດ​ຢັ້ງ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ໃນ​ຂົງ​ເຂດ​ຕ່າງໆ, ​ເພື່ອສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ​​ໃຫ້​ດີກ​ວ່າ​ເກົ່າ.

ທ່ານ​ນາ​ຈິບ ກ່າວ​ວ່າ, ປັດຈຸບັນ​ມາ​ເລ​ເຊຍ​ແລະ​ຈີນ​ໄດ້​ເພີ່ມ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ກັນ, ສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໄດ້ກ້າວ​ຂຶ້ນ​ສູ່ລະດັບ​ສູງ​ສຸດ​ໃນ​ປະຫວັດສາດ. ມາ​ເລ​ເຊຍ​ດີ​ໃຈທີ່ເຫັນ​ວ່າ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວທາງ​ໜຶ່ງ​ເສັ້ນທາງ" ຂອງ​ຈີນ​ໄດ້​ຮັບ​ການ​ຕອບ​ຮັບ​ຢ່າງ​ກວ້າງ​ຂວາງ, ​ແລະ​ໄດ້​ຮັບ​ໝາກຜົນ​ຢ່າງ​ຕັ້ງ​ໜ້າ, ທັງ​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດເສດຖະກິດ​ການ​ຄ້າ​ແລະ​ການ​ລົງທຶນ, ການ​ຂົນ​ສົ່ງ​ຄົມມະນາຄົມ, ການ​ກໍ່ສ້າງ​ທ່າ​ກ່ຳ​ປັ່ນ​ແລະ​ອື່ນໆ​ພາຍ​ໃຕ້​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ​ເຮັດ​ໃຫ້ການ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ສອງ​ຝ່າຍ​ໃກ້ຊິດ​ກວ່າ​ເກົ່າ. ​ແລະ​ພ້ອມຈະ​ສຸມ​ທຸກກຳລັງ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ອາ​ຊຽນ-ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ