ຈີນ​ປະກາດ "​ແຜນການ​ຂອບ​ການ​ຮ່ວມ​ມື​ສາກົນ​ຢູ່​ທະ​ເລ​ຈີນ​ໃຕ້​ແລະ​ເຂດ​ທະ​ເລ​ອ້ອມ​ຂ້າງ 2016-2020"
2016-11-05 15:54:39  cri 

ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ​ໄດ້​ປະກາດ "​ແຜນການ​ຂອບ​ການ​ຮ່ວມ​ມື​ສາກົນ​ຢູ່​ທະ​ເລ​ຈີນ​ໃຕ້​ແລະ​ເຂດ​ທະ​ເລ​ອ້ອມ​ຂ້າງ 2016-2020" ຢູ່​ເມືອງ​ເຊ້ຍ​ເໝີ​ນ ​ແຂວງ​ຝູຈ້ຽນ ​ໃນ​ຕອນ​ເຊົ້າວັນ​ທີ 4 ພະຈິກ​ນີ້ ບົນ​ພື້ນຖານປະສານ​ສົມທົບ​ກັບ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຢ່າງ​ຈະ​ແຈ້ງ, ກຳນົດ​ຂອບ​ດຳ​ເນີນ​ງານ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບປະ​ເທດ ​ແລະ ​ເຂດ​ແຄວ້ນ​ອ້ອມ​ທະ​ເລ​ຈີນ​ໃຕ້ ພ້ອມ​ອົງການ​ຈັດຕັ້ງສາກົນ​ໃນ 7 ຂົງ​ເຂດ ​ເປັນຕົ້ນ ​ເສດຖະກິດ​, ນະ​ໂຍບາຍ ​ແລະ ສິ່ງ​ແວດ​ລ້ອມທາງ​ທະ​ເລ ​ໃນ​ໄລຍະປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ​ຄັ້ງທີ 13.

​ໃນ​ແຜນການ​ດັ່ງກ່າວ​ໄດ້​ຕື່ມ​​ຂົງ​ເຂດການ​ພັດທະນາ​ແລະ​ນຳ​ໃຊ້​ຊັບພະຍາກອນ​ທາງ​ທະ​ເລ ​ແລະ ການ​ຮ່ວມ​ມືພັດທະນາ​ເສດຖະກິດ​ສີ​ຄາມ ​ເພື່ອ​ຊຸກຍູ້​ການ​ເຊື່ອມ​ຈອດ​ທາງ​ທະ​ເລ ​ແລະ ຍົກ​ລະດັບ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ດ້ານ​ເສດຖະກິດ​ທາງ​ທະ​ເລ​ ລະຫວ່າງຄູ່​ຮ່ວມ​ມືຕື່ມ​ອີກ.

ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ ​ໄດ້​ປະກາດ "​ແຜນການ​ຂອບ​ການ​ຮ່ວມ​ມື​ສາກົນ​ຢູ່​ທະ​ເລ​ຈີນ​ໃຕ້​ແລະ​ເຂດ​ທະ​ເລ​ອ້ອມ​ຂ້າງ 2011-2015" ​ເມື່ອ​ເດືອນ​ມັງກອນ​ປີ 2012 ​ໂດຍອາ​ຊຽນ, ອາຊີ​ໃຕ້ ​ແລະ ບາງ​ປະ​ເທດ​ອາ​ຟຣິກາ ​ໄດ້​ຕັ້ງໜ້າເຂົ້າຮ່ວມ​ແລະ​ໄດ້​ຮັບ​ໝາກຜົນ​ຢ່າງ​ອຸດົມສົມບູນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ