ປະທານ​ປະ​ເທດ​ຈີນ​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ເລຂາທິການ​ໃຫຍ່ UN
2016-11-05 16:41:08  cri 
  ທ່ານ ສິ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ທ່ານ ບັນ​ກີ​ມູນ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຫຼື UN ​ຫຼັງ "ສັນຍາ​ປາຣີ" ​ເພື່ອຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 4 ພະຈິກ​ນີ້.

  ໃນ​ສານ​ຊົມ​ເຊີຍ, ທ່ານ ສິຈິ້ນ​ຜິ​ງ ຊີ້​ໃຫ້​ເຫັນ​ວ່າ, ຈາກ​ຄວາມ​ພະຍາຍາມ​ຮ່ວມ​ກັນຂອງ​ຝ່າຍ​ຕ່າງໆ, "ສັນຍາ​ປາຣີ" ​ໄດ້ມີ​ຜົນ​ສັກສິດ​ໃນວັນທີ 4 ພະ​ຈິກ​ນີ້​ຢ່າງ​ເປັນ​ທາງ​ການ​ເຊິ່ງ​ເປັນ​ໜຶ່ງ​ໃນ​ສັນຍາ​ສາກົນ​ທີ່​ໄດ້​ຮັບ​ການ​ອະນຸມັດ​ມີ​ຜົນ​ສັກສິດ​ໄວ​ກວ່າ​ໝູ່​ໃນ​ປະຫວັດສາດ. ຈີນ​ຂໍ​ສະ​ແດງ​ຄວາມຊົມ​ເຊີຍ​ດ້ວຍ​ຄວາມ​ຈິງ​ໃຈ​ຕໍ່​ຜົນສຳ​ເລັດ​ດັ່ງກ່າວ.

  ທ່ານ ສິ​ຈິ້ນ​ຜິ​ງ ​ເນັ້ນ​ວ່າ: "ສັນຍາ​ປາຣີ" ​ໄດ້​​ໄຂໄລຍະ​​ໃໝ່ໃນການຮ່ວມ​ມື​ສາກົນ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ຂະນະ​ທີ່​ປະ​ເທດ​ຕົນ​ຍຶດໝັ້ນ​ທັດສະນະ​ການ​ພັດທະນາ​ແບບ​ປະດິດ​ສ້າງ​ໃໝ່, ກົມ​ກຽວກັນ, ສີຂຽວ, ​ເປີດ​ກວ້າງ​ແລະ​ຊົມ​ໃຊ້​ຮ່ວມກັນ​ໂດຍ​ຈະ​ສຸມ​ໃສ່​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ແບບສີຂຽວ, ກາກ​ບອນ​ຕ່ຳ​ແລະໝູນວຽນ ​ທັງ​ຈະ​ໃຊ້​ມາດ​ຕະການ​ທີ່​​ເຂັ້ມ​ແຂງ​ເພື່ອ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​. ​ແນວ​ໃດ​ກໍ​ດີ, ຈີນ​ໝັ້ນ​ໃຈ​ຢ່າງເຕັມ​ສ່ວນ​ຕໍ່​ຂະ​ບວນການຄຸ້ມ​ຄອງ​ດິນ​ຟ້າ​ອາກາດ​ສາກົນ​ໃນຕໍ່ໜ້າ​ທັງ​ຍິນ​ດີ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ປະສານ​ງານ​ກັບ​ຝ່າຍ​ຕ່າງໆ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ກົນ​ໄກ​ຄຸ້ມຄອງ​ດິນ​ຟ້າ​ອາກາດ​ສາກົນ​ທີ່​ຮ່ວມ​ມື​ນຳ​ກັນ​, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ສົມ​ເຫດ​ສົມ​ຜົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ