ກອງ​ປະຊຸມ​ສຸດ​ຍອດ​ຈີນ-ປະ​ເທດ​ເອີຣົບກາງ​ແລະ​ຕາ​ເວັນ​ອອກ​ເທື່ອ​ທີ 5 ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ດີ
2016-11-06 15:05:34  cri 
ຕອນ​ບ່າຍ​ວັນ​ທີ 5 ພະຈິກ​ນີ້ຢູ່​ຫໍສະໝຸດ​ແຫ່ງ​ຊາດ​ນະຄອນຫຼວງຣີກາ​ປະ​ເທດ​ລັດ​ວີ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນ​ຕີ​ຈີນ​​ແລະ​ທ່ານມາຣິສຄູ​ຊິນ​ສກິສ ນາຍົກລັດຖະ​ມົນຕີ​ລັດ​ວີ, ທ່ານ​ວິກ​ໂຕ ​ໂອ​ບັນ ນາຍົກລັດຖະມົນຕີຮົງກາຣີ​​ໄດ້​ຮ່ວມ​ກັນຖະ​ແຫຼ​ງຂ່າວ​ຕໍ່​ສື່​ມວນ​ຊົນ​​​ໂດຍ​ຍົກໃຫ້ເຫັນຜົນສຳເລັດຂອງ​ກອງ​ປະຊຸມ​ສຸດ​ຍອດ​ຈີນ-ປະ​ເທດ​ເອີຣົບກາງ​ແລະ​ຕາ​ເວັນ​ອອກ​ເທື່ອ​ທີ 5.

ທ່ານ​ຫຼີ​ເຄີ້ສຽງ​ຢືນຢັນ​ວ່າ: ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້​ໄດ້​ຈັດ​ຂຶ້ນ​ພາຍ​ໃຕ້​ສະພາບ​ເສດຖະກິດ​​ໂລກ​ໃນ​ປັດຈຸບັນ​ຟື້ນ​ຕົວຢ່າງ​ຊັກ​ຊ້າ, ການ​ຄ້າ​ຂະຫຍາຍຕົວ​ຊ້າ​ລົງ ​ແລະ​ບັນຫາ​ຈຸດ​ສຸມ​ໃນ​ສາກົນ​ແລະ​ພາກ​ພື້ນ​ເກີດ​ມີ​ການ​ຜັນ​ແປ​ແລະ​ສັບສົນ​ຂຶ້ນ. ​ແນວ​ໃດ​ກໍ​ດີ, ກອງ​ປະຊຸມ​ເທື່ອ​ນີ້​ໄດ້​ສົ່ງ​ສັນຍານ​ທາງ​ບວກຈະ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະ​ເຖຍລະ​ພາບ​ຂອງ​ໂລກ,ສົ່ງ​ເສີມ​ການ​ຄ້າ​ໃຫ້​ມີ​ຄວາມ​ເສລີ​ແລະ​ການ​ລົງທຶນ​ມີ​ຄວາມ​ສະດວກ​ຂຶ້ນ ທັງ​ຊຸກຍູ້​ຂະ​ບວນ​ການ​ໂລກາ​ພິວັດ. ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​​ເອີຣົບກາງ​ແລະ​ຕາ​ເວັນ​ອອກ​ເປັນ​ການ​ຮ່ວມ​ມື​ຂ້າມ​ພາກ​ພື້ນ​ລະຫວ່າງ​ຈີນ​​ໃນ​ຖານະ​ເປັນ​ປະ​ເທດ​ພວມ​ພັດທະນາ​ໃຫຍ່​ທີ່​ສຸດ ກັບ​ກຸ່ມ​ເສດຖະກິດ​ພັດທະນາ​ໃໝ່​ຂອງ​ເອີຣົບກາງ​ແລະ​ຕາ​ເວັນ​ອອກ ​ເຊິ່ງ​ເປັນ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກສາ​ລະບົບການ​ຄ້າ​ໂລກ, ສົ່ງ​ເສີມ​ເສດຖະກິດ​ໂລກ​ພັດທະນາ​ຢ່າງ​ກ້ຳ​ເຄິ່ງ​ແລະ​ເຕີບ​ໂຕ​ແບບ​ກວມ​ລວມ.

ທ່ານມາຣິສ ຄູ​ຊິນ​ສກິສ ນາຍົກລັດຖະມົນຕີລັດວີ​ຢືນຢັນ​ວ່າ ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້​ໄດ້ປະສົບ​ຜົນສຳ​ເລັດ​ທີ່​ດີ. ບັນດາ​ປະ​ເທດ​ເອີຣົບກາງ​ແລະ​ຕາ​ເວັນ​ອອກ​ລ້ວນ​ແຕ່​ຫວັງ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມືກັບ​ຈີນ​ໂດຍ​ເຊື່ອມ​​ຕໍ່​ຍຸດ​ທະ​ສາດ​ການ​ພັດທະນາ​ເຊິ່ງກັນ​ແລະ​ກັນ, ຈັດ​ຕັ້ງ​ປະຕິບັດ​ຄວາມ​​ເປັນ​ເອກະ​ພາບ​ກັນ​​ໃນ​ການ​ຮ່ວມ​ມື ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄົມມະນາຄົມ,ການ​ທະນາຄານ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ,ວັດທະນະທຳ​ແລະ​ອື່ນ​ໆ ທັງ​ຊຸກຍູ້​ການ​ເຊື່ອມ​ຕໍ່​ກັນ​ລະຫວ່າງ​ການກໍ່ສ້າງ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ກັບ​ແຜນການ​ລົງທຶນ​ເອີຣົບ​ແລະ​ອື່ນໆ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​​ເສີມ​ຂະຫຍາຍ​ສາຍ​ພົວພັນ​ເອີຣົບ-ຈີນ​ໃຫ້​ມີ​ການ​ພັດທະນາ​ຫຼາຍ​ກວ່າ​​ເກົ່າ.

ທ່ານ​ວິກ​ໂຕ ​ໂອ​ບັນ ນາຍົກລັດຖະມົນຕີຮົງກາຣີຢືນຢັນ​ວ່າ ການ​ຮ່ວມ​ມື "16ບວກ​ໜຶ່ງ"ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​​ເອີຣົບກາງ​ແລະ​ຕາ​ເວັນ​ອອກ ທັງ​ໄດ້​ເປີດ​​ໂອກາດ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ສາຍ​ພົວພັນ​ເອີຣົບ-ຈີນ​ອີກ​ດ້ວຍ. ຮົງກາຣີພາກ​ພູມ​ໃຈ​ຫຼາຍ​ທີ່​ຈະເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຈີນ-​ເອີຣົບກາງ​ແລະ​ຕາ​ເວັນ​ອອກ​ຄັ້ງ​ຕໍ່​ໄປ ​ແລະ​ຈະ​ຮັບປະກັນ​ຈັດກອງ​ປະຊຸມ​ໃຫ້​ປະສົບ​ຜົນສຳ​ເລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ